ຂ່າວສານ
ປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ທ່ານ ປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 4 ກັນຍາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງ ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ ນັບແຕ່ເວລາ ມຽນມາ ຈັດຕັ້ງການເລືອກຕັ້ງທົ່ວປະເທດ ແລະ ສ້າງຕັ້ງລັດຖະບານຊຸດໃໝ່. ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ມຽນມາ ຂຶ້ນສູ່ລະດັບສູງໃໝ່.
ຫວຽດນາມ ແລະ ມຽນມາ ສ້າງຕັ້ງການພົວພັນທາງການທູດເມື່ອປີ 1975. ການພົວພັນສອງປະເທດໄດ້ຮັກສາແລກປ່ຽນຜ່ານບັນດາຊ່ອງທາງພົບປະ, ຮ່ວມມື ແລະ ແລກປ່ຽນເສດຖະກິດ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ວົງເງິນການຄ້າສອງຝ່າຍໃນປີ 2025 ບັນລຸ 590 ລ້ານ USD, 6 ເດືອນຕົ້ນປີ 2026 ບັນລຸ 336 ລ້ານ USD, (ເພີ່ມຂຶ້ນ 26% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້). ໃນສະພາບການພົວພັນ ຫວຽດນາມ - ມຽນມາ ສືບຕໍ່ມີບັນດາບາດກ້າວໃໝ່, ເລື່ອງທ່ານປະທານາທິບໍດີ ມຽນມາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.






