ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານາທິບໍດີ Min Aung Hlaing ນັບແຕ່ພາຍຫຼັງ ມຽນມາ ສຳເລັດການເລືອກຕັ້ງທົ່ວປະເທດ (ເດືອນ ມັງກອນ 2026) ແລະ ສ້າງຕັ້ງລັດຖະບານໃໝ່ (ເດືອນ ເມສາ 2026)
ທ່ານ Min Aung Hlaing, ປະທານາທິບໍດີແຫ່ງ ສ.ສະຫະພາບ ມຽນມາ ແລະ ທ່ານນາງ Kyu Kyu Hla, ພັນລະຍາ ໄດ້ໄປຮອດ ຮ່າໂນ້ຍ (ພາບ: VNA)
ຕອນທ່ຽງວັນທີ 04 ກັນຍາ, ທ່ານ Min Aung Hlaing, ປະທານາທິບໍດີແຫ່ງ ສ.ສະຫະພາບ ມຽນມາ ແລະ ທ່ານນາງ Kyu Kyu Hla, ພັນລະຍາ ໄດ້ໄປຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 04 – 06 ກັນຍາ, ຕາມຄຳເຊີນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ.
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານາທິບໍດີ Min Aung Hlaing ນັບແຕ່ພາຍຫຼັງ ມຽນມາ ສຳເລັດການເລືອກຕັ້ງທົ່ວປະເທດ (ເດືອນ ມັງກອນ 2026) ແລະ ສ້າງຕັ້ງລັດຖະບານໃໝ່ (ເດືອນ ເມສາ 2026), ພ້ອມກັນນັ້ນກໍ່ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງສຸດລະຫວ່າງ 2 ຝ່າຍ ນັບແຕ່ປີ 2019. ການຢ້ຽມຢາມຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຢ່າງຮອບດ້ານ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ, ຊຸກຍູ້ການເປີດກວ້າງການຮ່ວມມືລະຫວ່າງ 2 ປະເທດນັບທັງຂົງເຂດ 2 ຝ່າຍ ແລະ ຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)