ຈຸດພົ້ນເດັນຂອງລາຍການແມ່ນກອງປະຊຸມເຈົ້າຄອງນະຄອນຈະຈັດຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ, ດ້ວຍການເຂົ້າຮ່ວມຂອງການນຳຫຼາຍທ້ອງຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານ ຟ້າມຢືດດຽມ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ (ພາບ: VNA)
ການສົນທະນາມິດຕະພາບເທື່ອທີ 3 ປີ 2026 (Ho Chi Minh City Friendship Dialogue 2026 - FD 2026) ຈະຈັດຂຶ້ນແຕ່ວັນທີ 10 – 12 ກັນຍາ, ຢູ່ຕາແສງ ວູງເຕົ່າ. ນີ້ແມ່ນເຫດການດ້ານການພົວພພັນຕ່າງປະເທດຫຼາຍຝ່າຍຂັ້ນທ້ອງຖິ່ນ ທີ່ມີຂອບຂະໜາດສາກົນ ໂດຍຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເປັນເຈົ້າພາບຈັດຂຶ້ນ.
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວປະກາດເຫດການໃນຕອນເຊົ້າວັນທີ 04 ກັນຍາ, ທ່ານ ຟ້າມຢືດດຽມ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ຄາດວ່າ FD 2026 ໄດ້ເຕົ້າໂຮມຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດເກືອບ 500 ຄົນ. ຈຸດພົ້ນເດັນຂອງລາຍການແມ່ນກອງປະຊຸມເຈົ້າຄອງນະຄອນຈະຈັດຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ, ດ້ວຍການເຂົ້າຮ່ວມຂອງການນຳຫຼາຍທ້ອງຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ. ກອງປະຊຸມຈະປຶກສາຫາລືບົດບາດເປັນເຈົ້າການຂອງອຳນາດການປົກຄອງທ້ອງຖິ່ນໃນນະໂຍບາຍການຕ່າງປະເທດແຫ່ງຊາດສັງລວມ, ພ້ອມກັນນັ້ນ ແບ່ງປັນບົດຮຽນເຂົ້າຮ່ວມບັນດາເຄືອຂ່າຍເຂດຕົວເມືອງສາກົນ. ຖັດຈາກກອງປະຊຸມເຈົ້າຄອງນະຄອນແມ່ນບັນດາວາລະປຶກສາຫາລືຫົວເລື່ອງສະເພາະ. ທ່ານ ຟ້າມຢຶດດຽມ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ.
“ຈຸດພົ້ນເດັ່ນຂອງລາຍການປີນີ້ແມ່ນການປຶກສາຫາລືຄວາມສາມາດສ້າງຕັ້ງກົນໄກຫຼາຍຝ່າຍຂອງນະຄອນ ໂຮ່ຈີມິນ. ນີ້ແມ່ນກົນໄກຮ່ວມມືຫຼາຍຝ່າຍຂັ້ນນະຄອນ ເພື່ອແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນຂ່າວສານ ແລະ ສົມທົບກັນແກ້ໄຂບັນດາບັນຫາລວມກ່ຽວກັບການພັດທະນາທ່າກຳປັ່ນ ແນໃສ່ຊຸກຍູ້ການເຊື່ອມຕໍ່ logistics, ແບ່ງປັນບົດຮຽນຄຸ້ມຄອງ ແລະ ການພັດທະນາລະບົບການສະໜອງແບບຍືນຍົງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືຫຼາຍຝ່າຍຂັ້ນທ້ອງຖິ່ນໃນໄລຍະຕໍ່ໄປ”.
(ແຫຼ່ງຄັດຈາກ VOV)