ຂ່າວສານ

ນະຄອນ ໂຮ່ຈີມິນ ເຊື່ອມຕໍ່ທົ່ວໂລກຜ່ານການສົນທະນາມິດຕະພາບເທື່ອທີ 3

ຈຸດພົ້ນເດັນຂອງລາຍການແມ່ນກອງປະຊຸມເຈົ້າຄອງນະຄອນຈະຈັດຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ, ດ້ວຍການເຂົ້າຮ່ວມຂອງການນຳຫຼາຍທ້ອງຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານ ຟ້າມຢືດດຽມ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ (ພາບ: VNA)

ການ​​ສົນ​ທະ​ນາ​ມິດ​ຕະ​ພາບ​ເທື່ອ​ທີ 3 ປີ 2026 (Ho Chi Minh City Friendship Dialogue 2026 - FD 2026) ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 10 – 12 ກັນ​ຍາ, ຢູ່​ຕ​າ​ແສງ ວູງ​ເຕົ່າ. ນີ້​ແມ່ນ​ເຫດ​ການ​ດ້ານ​ການ​ພົວ​ພ​ພັນຕ່າງ​ປະ​ເທດ​ຫຼາຍ​ຝ່າຍ​ຂັ້ນ​ທ້ອງ​ຖິ່ນ ທີ່​ມີ​ຂອບ​ຂະ​ໜາດສາ​ກົນ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.

ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ກາດ​ເ​ຫດ​ການໃນ​ຕອນ​ເຊົ້າ​ວັນ​ທີ 04 ກັນ​ຍາ, ທ່ານ ຟ້າມ​ຢືດ​ດຽມ, ຫົວ​ໜ້າ​ພະ​ແນກພົວ​ພັນ​ຕ່າງ​ປະ​ເທດ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ, ຄາດ​ວ່າ FD 2026 ໄດ້​ເຕົ້າ​ໂຮມ​ຜູ້​ແທນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທ​ດ​ເກືອບ 500 ຄົນ. ຈຸດ​ພົ້ນ​ເດັນ​ຂອງ​ລາຍ​ການ​ແມ່ນກອງ​ປະ​ຊຸມ​ເຈົ້າ​ຄອງ​ນະ​ຄອນ​ຈ​ະ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ກັນ​ຍາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຫຼາຍ​ທ້ອງ​ຖິ່ນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ບົດ​ບ​າດ​ເປັນ​ເຈົ້າ​ກາ​ນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ນະ​ໂຍ​ບາຍ​​ການ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ສັງລວມ, ພ້ອມ​ກັນ​ນັ້ນ ແບ່ງ​ປັນ​ບົດ​ຮຽນ​ເຂົ້າ​ຮ່ວມ​ບັນ​ດາ​ເຄືອ​ຂ່າຍ​ເຂດ​ຕົວ​ເມືອງ​ສາ​ກົນ. ຖັດ​ຈາກກອງ​ປະ​ຊຸມ​ເຈົ້າ​ຄອງ​ນະ​ຄອນ​ແມ່ນ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ. ທ່ານ ຟ້າ​ມ​ຢຶດ​ດຽມ, ຫົວ​ໜ້າ​ພະ​ແນກພົວ​ພັນ​ຕ່າງ​ປະ​ເທດ​ນະ​ຄອນ ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ.

“ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍ​ການ​ປີນີ້​ແມ່ນ​ການ​ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ສ້າງ​ຕັ້ງ​ກົນ​ໄກ​ຫຼາຍ​ຝ່າຍ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ. ນີ້​ແມ່ນ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ຂັ້ນ​ນະ​ຄອນ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ ແລະ ສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລວມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ທ່າ​ກຳ​ປັ່ນ ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ logistics, ແບ່ງ​ປັນ​ບົດ​ຮຽນ​ຄຸ​້​ມ​ຄອງ ແລະ ການ​ພັດ​ທະ​ນາ​ລະ​ບົບ​​ການສະ​ໜອງ​ແບບ​ຍືນ​ຍົງ, ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ຂັ້ນ​ທ້ອງ​ຖິ່ນ​ໃນ​ໄລ​ຍະ​ຕໍ່​ໄປ”.


top