• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.
  ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຖະແຫຼງຂ່າວຢູ່ Elmendorf-Richardson, Anchorage, Alaska, ອາເມລິກາ ເມື່ອເດືອນ 8/2025. (ພາບ: REUTERS/Kevin Lamarque)  

ວັນທີ 09 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົນທະນາທາງໂທລະສັບກັບທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ  ໃນເວລາປະມານ 01 ຊົ່ວໂມງ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນທີ່ພົ້ນເດັ່ນ, ໃນນັ້ນ ມີການປະທະກັນກັບຕາເວັນອອກກາງ ແລະ ຢູແກຼນເມື່ອກ່າວຄຳເຫັນໃນການປະຊຸມຂ່າວຢູ່ Florida, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ການສົນທະນາທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ ໄດ້ດຳເນີນໄປຢ່າງເປີດອົກເປີດໃຈ.

ຕາມທ່ານ Yury Ushakov ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ ແລ້ວ, ການສົນທະນາໄດ້ດຳເນີນຕາມຂໍ້ສະເໜີຈາກຝ່າຍປະທານາທິບໍດີ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການປະທະກັນກ່ຽວກຂ້ອງເຖິງ ອີຣານ ກໍຄືບັນດາການເຈລະຈນສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການປະທະກັນຢູ່ ຢູແກຼນ. ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ. ຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ Trump ຢັ້ງຢືນຄືນໃໝ່ວ່າ ວໍຊິງຕັນ ປາດຖະໜາຢາກໃຫ້ລັດເຊຍ ແລະ ຢູແກຼນ ບັນລຸໄດ້ມາດຕະການຍາວນານໃຫ້ແກ່ການປະທະກັນ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ຖະ​ແຫຼງ​ບໍ່​ຢຸດ​ຍິງ

ອີ​ຣານ ສືບ​ຕໍ່​ຖະ​ແຫຼງ​ບໍ່​ຢຸດ​ຍິງ

ບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດໄດ້ດຳເນີນຍາມກາງຄືນມື້ວານນີ້, ໃນຂະນະນັ້ນກອງທັບອາກາດ ອິດສະຣາແອັນ ໄດ້ຜັນຂະຫຍາຍເຮືອບິນສູ້ຮົບນັບສິບລຳ, ຖີ້ມລະເບີດກວ່າ 170 ລູກລົງບັນດາສະໜາມຮົບປ້ອງກັນອາກາດ ແລະ ລູກສອນໄຟ ອີຣານ ຢູ່ເຂດນະຄອນຫຼວງ ເຕເຕເຮຣານ, ພ້ອມກັບບັນດານະຄອນ Isfahan ແລະ Shiraz.

Top