ຂ່າວສານ
ປະທານາທິບໍດີ ລັດເຊຍ ແລກປ່ຽນກັບທູດພິເສດ ອາເມລິກາ ກ່ຽວກັບວິວັດການສັນຕິພາບ ຢູແກຼນ
ວັນທີ 12 ພະຈິກ, ທ່ານ Vladimir Putin ປະທານາທິບໍ ລັດເຊຍ ໄດ້ພົບປະກັບ ທ່ານ Steve Witkoff ແລະ Jared Kushner ເຊິ່ງແມ່ນທູດພິເສດຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ວັງ Kremlin. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບໝາກຜົນຂອງການເຈລະຈາສາມຝ່າຍຢູ່ Abu Dhabi, ເຫັນດີເປັນເອກະພາບສືບຕໍ່ວິວັດການສົນທະນາ ແລະ ຊຸກຍູ້ບັນດາບາດກ້າວເດີນມະນຸດສະທຳ.
ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ສະເໜີຝ່າຍ ອາເມລິກາ ຕີລາຄາໝາກຜົນຂອງການເຈລະຈາທີ່ຜ່ານມາ, ລັກສະນະຂອງການແລກປ່ຽນລະຫວ່າງ ລັດເຊຍ ແລະ ຢູແກຼນ, ກໍ່ຄືແງ່ຫວັງຮັກສາການພົບປະໃນໄລຍະຈະມາເຖິງ. ເຕື້ອງເຖິງບົດບາດຂອງ ເອີລົບ ໃນວິວັດການແກ້ໄຂການປະທະກັນ, ການນຳ ລັດເຊຍ ສະແດງຄວາມປາດຖະໜາຢາກໃຫ້ ອາເມລິກາ ປະສານສົມທົບກັບບັນດາຄູ່ຮ່ວມມື ເອີລົບ ເພື່ອເຫັນດີເປັນເອກະພາບວິທີການເຂົ້າເຖິງ ແລະ ການກຳນົດທິດທີ່ສອດຄ່ອງ ແນໃສ່ຊຸກຍູ້ສັນຕິພາບ.
ສ່ວນຝ່າຍ ອາເມລິກາ, ທ່ານ Steve Witkoff ໃຫ້ຂໍ້ສັງເກດວ່າ ການແລກປ່ຽນຢູ່ Abu Dhabi ໄດ້ດຳເນີນຢ່າງຕັ້ງໜ້າ, ດ້ວຍການເຂົ້າຮ່ວມຢ່າງແທ້ຈິງ ແລະ ມີລັກສະນະສ້າງສັນຂອງທັງສອງຝ່າຍ ລັດເຊຍ ແລະ ຢູແກຼນ. ທ່ານ Steve Witkoff ຢັ້ງຢືນ ທ່ານປະທານາທິບໍດີ Donald Trump ຖືເປັນສຳຄັນການຢຸດຕິການປະທະກັນຢູ່ ຢູແກຼນ. ທ່ານປະທານາທິບໍດີ Donald Trump ໄດ້ສະເໜີສົ່ງສານໄປຍັງ ທ່ານປະທານາທິບໍດີ Vladimir Putin ວ່າ ວໍຊິງຕັນ ຖືການແກ້ໄຂການປະທະກັນໂດຍໄວແມ່ນບຸລິມະສິດສຳຄັນທີ່ສຸດ.






