ຂ່າວສານ
ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 46 ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ
ຕອນບ່າຍວັນທີ 16 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA – 46) ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ. ອອກຕ້ອນຮັບຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນ ມີທ່ານ: ຮອງປະທານສະພາສູງ ມາເລເຊຍ Datuk Nur Jazlan bin Tan Sri Mohamed; ຜູ້ຕາງໜ້າຄະນະຈັດຕັ້ງ AIPA ມາເລເຊຍ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອກລິງ ແລະ ພັນລະຍາ ພ້ອມດ້ວຍພະນັກງານສະຖານທູດ. ໃນຂອບເຂດການປະຕິບັດງານຄັ້ງນີ້, ຄາດວ່າ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຈະເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ AIPA, ເຂົ້າຮ່ວມພິທີໄຂ ແລະ ມີບົດກ່າວປາໄສສຳຄັນໃນວາລະປະຊຸມຄົບຄະນະຄັ້ງປະຖົມມະລຶກ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຍັງຈະມີການພົບປະສອງຝ່າຍກັບຫົວໜ້າຄະນະລັດຖະສະພາທີ່ເປັນສະມາຊິກ AIPA ແລະ ຄູ່ຮ່ວມມືອີກດ້ວຍ.
ນີ້ແມ່ນການຢ້ຽມຢາມ ມາເລເຊຍ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ (ເມື່ອເດືອນພະຈິກ 2024).