ຕອນຄ່ຳວັນທີ 15 ກັນຍາ, ຢູ່ສູນວາງສະແດງແຫ່ງຊາດ (ຮ່າໂນ້ຍ) ໄດ້ດຳເນີນພິທີປິດງານວາງສະແດງ “80 ປີ ໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”. ເຂົ້າຮ່ວມພິທີປິດ ມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ພ້ອມດ້ວຍບັນດາການນຳພັກ, ລັດ, ສະພາແຫ່ງຊາດ; ການນຳກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ. ພິທີປິດໄດ້ຖ່າຍທອດສົດໃນຄື້ນກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີປິດ
ໂດຍໄດ້ໄຂຂຶ້ນໃນວັນທີ 28 ສິງຫາ, ງານວາງສະແດງແມ່ນເຫດການສຳຄັນໃນລະບົບກິດຈະກຳສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ດ້ວຍການເຂົ້າຮ່ວມຂອງ 28 ກະຊວງ, ອົງການສູນກາງ, 34 ທ້ອງຖິ່ນ ແລະ ວິສາຫະກິດ, ກຸ່ມບໍລິສັດເສດຖະກິດໃຫຍ່ ກວ່າ 110 ແຫ່ງ ແລະ ກວ່າ 230 ຮ້ານວາງສະແດງ. ງານວາງສະແດງໄດ້ແບ່ງອອກເປັນ 6 ຫົວຂໍ້ ຕິດພັນກັບໄລຍະທາງແຫ່ງການພັດທະນາຂອງປະເທດຊາດ.
ເມື່ອກ່າວຄຳເຫັນໃນເຫດການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
“ງານວາງສະແດງໄດ້ຢັ້ງຢືນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ນັ້ນແມ່ນກົກເຄົ້າແຫຼ່ງກຳລັງແຮງອັນໃຫຍ່ຫຼວງຂອງການປະຕິວັດ ຫວຽດນາມ, ເຊິ່ງໄດ້ສະແດງອອກຜ່ານຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ອັນໄດ້ຊ່ວຍໃຫ້ ຫວຽດນາມ ຍາດໄດ້ໄຊຊະນະໃນບັນດາການຕໍ່ຕ້ານທີ່ຍືດເຍື້ອຍາວນານ; ຜ່ານຜ່າຄວາມຫຍຸ້ງຍາກນາໆປະການໃນການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ; ປັບປຸງກຳລັງບົ່ມຊ້ອນຂອງປະເທດຊາດຢ່າງບໍ່ຢຸດຢັ້ງ. ງານວາງສະແດງຄັ້ງນີ້ກໍສະແດງໃຫ້ເຫັນນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ວິທີຈັດສະແດງທີ່ຈັບອົກຈັບໃຈ, ເຕັມໄປດ້ວຍສີສັນວັດທະນະທຳຂອງວົງຄະນະຍາດ 54 ຊົນເຜົ່າອ້າຍນ້ອງທີ່ມາຈາກທົ່ວທຸກເຂດພາກໃນທົ່ວປະເທດ”.
ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາການນຳພັກ, ລັດ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ຊົມເຊີຍ 36 ໝູ່ຄະນະ ແລະ ສ່ວນບຸກຄົນ, ໃນນັ້ນ ມີວິທະຍຸກະຈາຍສຽງ ຫວຽດນາມ ທີ່ມີຜົນງານດີເດັ່ນໃນວຽກງານຈັດຕັ້ງ ແລະ ເຂົ້າຮ່ວມງານວາງສະແດງ.
(ແຫຼ່ງຄັດຈາກ VOV)