ການເລືອກເອົາມະຕິ 4 ສະບັບທີ່ກ່ຽວຂ້ອງເຖິງບັນດາຂົງເຂດຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ ໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດສູງຂອງພັກ ແລະ ລັດໃນການຍົກສູງຄຸນນະພາບການພັດທະນາ, ຮັບປະກັນຊີວິດສັງຄົມ.
ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ກອງປະຊຸມທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດມະຕິ 4 ສະບັບຂອງກົມການເມືອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ, ຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ, ເຊື່ອມຕໍ່ແຂວງ, ນະຄອນ, ຄະນະ, ກະຊວງ, ຂະແໜງການທັງໝົດໃນທົ່ວປະເທດ. ກອງປະຊຸມສະແດງໃຫ້ເຫັນຄວາມຕັດສິນໃຈເປັນຢ່າງສູງຂອງພັກ ແລະ ລັດ ໃນການນຳບັນດາແຜນນະໂຍບາຍໃຫຍ່ເຂົ້າສູ່ຊີວິດໂດຍໄວ, ສ້າງພື້ນຖານໃຫ້ແກ່ການພັດທະນາປະເທດຊາດ ໃນໄລຍະໃໝ່ຢ່າງວ່ອງໄວ, ຍືນຍົງ.
ມະຕິ 4 ສະບັບຂອງກົມການເມືອງໄດ້ເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດ, ລວມມີ: ມະຕິເລກທີ 59 ຂອງສູນກາງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ມະຕິເລກທີ 70 ຂອງກົມການເມືອງກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045; ມະຕິເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງກໍ່ສ້າງ ແລະ ມະຕິເລກທີ 72 ຂອງກົມການເມືອງ ກ່ຽວກັບບາງມາດຕະການບຸກທະລຸ, ເພີ່ມທະວີການປົກປ້ອງ, ສົ່ງເສີມ ແລະ ຍົກສູງສຸຂະພາບຂອງປະຊາຊົນ.
ການເລືອກເອົາມະຕິ 4 ສະບັບທີ່ກ່ຽວຂ້ອງເຖິງບັນດາຂົງເຂດຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ ໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດສູງຂອງພັກ ແລະ ລັດໃນການຍົກສູງຄຸນນະພາບການພັດທະນາ, ຮັບປະກັນຊີວິດສັງຄົມ, ຍືນຍົງ ແລະ ປັບຕົວກັບສະພາບການສາກົນມີການຜັນແປຫຼາຍຢ່າງ.
ຈາກຄວາມຕັດສິນໃຈດ້ານການເມືອງ ເຖິງພຶດຕິກຳຕົວຈິງ
ສິ່ງເປັນໜ້າເອົາໃຈໃສ່ແມ່ນມະຕິທັງ 4 ສະບັບລ້ວນແຕ່ມີລັກສະນະເປັນເສົາຄ້ຳຂອງການພັດທະນາປະເທດຊາດ, ແມ່ນ 4 ຂົງເຂດທີ່ມີຄວາມສະໜິດຕິດພັນກັບປະຊາຊົນແຕ່ລະຄົນ. ບັນດາເນື້ອໃນຂອງມະຕິໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ແມ່ນຍາມໃດກໍ່ຖືມະນຸດເປັນໃຈກາງຂອງຍຸດທະສາດການພັດທະນາ. ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກຈິດໃຈດັ່ງກ່າວຢູ່ກອງປະຊຸມທີ່ຈັດຂຶ້ນໃນຕອນເຊົ້າມື້ນີ້.
“ຕາມມະຕິສະບັບຕ່າງໆທີ່ໄດ້ຮັບການປະກາດໃຊ້ຫວ່າງມໍ່ໆມານີ້ແລ້ວ ມະນຸດເປັນປັດໃຈສຳຄັນທີ່ສຸດ, ຕັດສິນຄວາມເປັນຕາຍຂອງປະເທດຊາດ. ການລົງທຶນໃຫ້ແກ່ມະນຸດນັ້ນແມ່ນການລົງທຶນໃຫ້ແກ່ການພັດທະນາ, ລົງທຶນໃຫ້ແກ່ອະນາຄົດຂອງຊາດ”.
ຈຸດພິເສດຂອງກອງປະຊຸມຄັ້ງນີ້ແມ່ນຄວາມຮຽກຮ້ອງບໍ່ພຽງແຕ່ແມ່ນການຮ່ຳຮຽນ, ການຄົ້ນຄວ້າເທົ່ານັ້ນ, ຫາກຕ້ອງຫັນເປັນບັນດາໂຄງການກະທຳຂອງແຕ່ລະຂັ້ນ, ແຕ່ລະຂະແໜງ. ນີ້ແມ່ນຂອດກຸນແຈ: ຫັນມະຕິໃຫ້ປະກົດຜົນເປັນຈິງ.
ຍ້ອນໃນພຶດຕິກຳຕົວຈິງ, ເຖິງວ່າມະຕິຈະຖືກຕ້ອງຄືແນວໃດກໍ່ຕາມ ຖ້າບໍ່ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດແມ່ນຈະບໍ່ມີຄວາມໝາຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງສິ່ງດັ່ງກ່າວທີ່ກອງປະຊຸມ:
“ນັບແຕ່ນີ້ຮອດທ້າຍປີ, ສະພາແຫ່ງຊາດຈະຈັດກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງເປັນກອງປະຊຸມສຸດທ້າຍຂອງສະພາແຫ່ງຊາດຊຸດທີ 15, ສະພາແຫ່ງຊາດຕ້ອງຜັນຂະຫຍາຍບັນດາເນື້ອໃນຂອງມະຕິດັ່ງກ່າວໃນທັນທີ, ຫັນເປັນລະບອບລະບຽບການດ້ວຍບັນດາມະຕິ, ກົດໝາຍທີ່ກ່ຽວຂ້ອງໃນທັນທີ. ປະຈຸບັນ ພວມຈັດກອງປະຊຸມໃຫຍ່ສ້າງເອກະສານ, ສະນັ້ນໃນແຜນການກະທຳກໍ່ຕ້ອງນຳຈິດໃຈດັ່ງກ່າວເຂົ້າໃນມະຕິ, ເອກະສານຂອງກອງປະຊຸມໃຫຍ່ຂັ້ນຂອງຕົນ. ພິເສດ, ປັບປຸງໂຄງການກະທຳເພື່ອປະຕິບັດໃນທັນທີ, ບໍ່ໃຫ້ລໍຖ້າ”.
ກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະເທດຊາດ
ທ່ານເລຂາທິການໃຫຍ່ ຖືວ່າ ການຜັນຂະຫຍາຍຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ການເຊື່ອມໂຍງເຂົ້າກັບສາກົນຮຽກຮ້ອງຕ້ອງມີຄຸນນະທາດການເມືອງຢ່າງໝັ້ນຄົງເຂັ້ມແຂງຕໍ່ໜ້າການຜັນແປດ້ານພູມສາດການເມືອງທີ່ສັບສົນ. ບັນດາສິ່ງທ້າທາຍນັ້ນແມ່ນສິ່ງທົດສອບຄຸນນະທາດການນຳພາ ແລະ ຄວາມສາມາດໃນການຄຸ້ມຄອງປະເທດຊາດ. ຖ້າຜ່ານຜ່າໄປໄດ້, ນັ້ນຈະແມ່ນບາດກ້າວກະໂດດຂັ້ນ, ຖ້າຊັກຊ້າ, ຈະສ້າງຊ່ອງຫວ່າງຂອງການພັດທະນາ. ສະນັ້ນ, ທ່ານເລຂາທິການໃຫຍ່ສະເໜີວ່າ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ຕ້ອງຜັນຂະຫຍາຍມະຕິສະບັບຕ່າງໆດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ, ກຳນົດແຈ້ງເປົ້າໝາຍ, ທິດທາງ, ຄວາມຮັບຜິດຊອບ ແລະ ກົນໄກຕິດຕາມກວດກາ.
“ມະຕິ 4 ສະບັບໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ ຈະເພີ່ມກຳລັງໜູນໃໝ່, ສ້າງກຳລັງແຮງເພື່ອໃຫ້ພວກເຮົາບຸກທະລຸ, ປະຕິບັດບັນດາເປົ້າໝາຍຍຸດທະສາດຢ່າງມີໄຊ ເຮັດໃຫ້ ຫວຽດນາມ ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ປະຊາຊົນ ຫວຽດນາມ ນັບມື້ນັບມີຄວາມຜາສຸກ. ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວລະບົບການເມືອງເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈປະຕິບັດ. ຜູ້ໃດກໍ່ມີວຽກງານລະອຽດ, ມື້ໃດກໍ່ບັນລຸໝາກຜົນລະອຽດ, ຫັນຄວາມຄາດຫວັງເປັນການກະທຳ, ຫັນການກະທຳເປັນໝາກຜົນ ແລະ ຫັນໝາກຜົນກາຍເປັນຄວາມໄວ້ເນື້ອເຊື່ອໃຈໃໝ່”.
ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 4 ສະບັບຂອງກົມການເມືອງ ບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ, ຫາກຍັງແມ່ນຄຳຢືນຢັນກ່ຽວກັບເສັ້ນທາງພັດທະນາຂອງ ຫວຽດນາມ. ນັ້ນແມ່ນການພັດທະນາບໍ່ພຽງແຕ່ເພື່ອເຕີບໂຕດ້ານເສດຖະກິດເທົ່ານັ້ນ, ຫາກຍັງເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ; ບໍ່ພຽງແຕ່ເພື່ອເຊື່ອມໂຍງແບບລ້າໆ ຫາກເຊື່ອມໂຍງໂດຍມີສີສັນ; ບໍ່ພຽງແຕ່ບືນຕົວຂຶ້ນເທົ່ານັ້ນ, ຫາກຍັງບືນຕົນຂຶ້ນແບບຍືນຍົງໃນຍຸກສະໄໝໃໝ່ອີກດ້ວຍ.