ຂ່າວສານ

ກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິ 4 ສະບັບຂອງກົມການເມືອງ: ຢືນຢັນຄວາມຕັດສິນໃຈພັດທະນາແບບຍືນຍົງ

ການເລືອກເອົາມະຕິ 4 ສະບັບທີ່ກ່ຽວຂ້ອງເຖິງບັນດາຂົງເຂດຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ ໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດສູງຂອງພັກ ແລະ ລັດໃນການຍົກສູງຄຸນນະພາບການພັດທະນາ, ຮັບປະກັນຊີວິດສັງຄົມ.
ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກອງປະຊຸມທົ່ວປະເທດເຊື່ອຊຶມຜັນຂະຫຍາຍການປະຕິບັດມະຕິ 4 ສະບັບຂອງກົມການເມືອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາຕາມຮູບແບເຊິ່ງໜ້າ ສົມທົບກັບທາງໄກເຊື່ອມຕໍ່ແຂວງນະຄອນຄະນະກະຊວງຂະແໜງການທັງໝົດໃນທົ່ວປະເທດ. ກອງຊຸມສະແດງໃຫ້ເຫັນຄວາມຕັດສິນໃຈເປັນຢ່າງສູງຂອງພັກ ແລະ ລັດ ໃນການນຳບັນດາແຜນນະໂຍບາຍໃຫຍ່ເຂົ້າສູ່ຊີວິດໂດຍໄວສ້າງພື້ນຖານໃຫ້ແກ່ການພັດທະນາປະເທດຊາດ ໃນໄລຍະໃໝ່ຢ່າງວ່ອງໄວຍືນຍົງ.

ມະຕິ 4 ສະບັບຂອງກົມການເມືອງໄດ້ເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດ, ລວມມີ: ມະຕິເລກທີ 59 ຂອງສູນກາງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ມະຕິເລກທີ 70 ຂອງກົມການເມືອງກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045; ມະຕິເລກທີ 71 ຂອງກົມການເມືອງ ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງກໍ່ສ້າງ ແລະ ມະຕິເລກທີ 72 ຂອງກົມການເມືອງ ກ່ຽວກັບບາງມາດຕະການບຸກທະລຸ, ເພີ່ມທະວີການປົກປ້ອງ, ສົ່ງເສີມ ແລະ ຍົກສູງສຸຂະພາບຂອງປະຊາຊົນ.

ການເລືອກເອົາມະຕິ 4 ສະບັບທີ່ກ່ຽວຂ້ອງເຖິງບັນດາຂົງເຂດຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ ໄດ້ສະແດງໃຫ້ເຫັນການໃຫ້ບຸລິມະສິດສູງຂອງພັກ ແລະ ລັດໃນການຍົກສູງຄຸນນະພາບການພັດທະນາ, ຮັບປະກັນຊີວິດສັງຄົມ, ຍືນຍົງ ແລະ ປັບຕົວກັບສະພາບການສາກົນມີການຜັນແປຫຼາຍຢ່າງ.

ຈາກຄວາມຕັດສິນໃຈດ້ານການເມືອງ ເຖິງພຶດຕິກຳຕົວຈິງ

 ສິ່ງເປັນໜ້າເອົາໃຈໃສ່ແມ່ນມະຕິທັງ 4 ສະບັບລ້ວນແຕ່ມີລັກສະນະເປັນເສົາຄ້ຳຂອງການພັດທະນາປະເທດຊາດ, ແມ່ນ 4 ຂົງເຂດທີ່ມີຄວາມສະໜິດຕິດພັນກັບປະຊາຊົນແຕ່ລະຄົນ. ບັນດາເນື້ອໃນຂອງມະຕິໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ແມ່ນຍາມໃດກໍ່ຖືມະນຸດເປັນໃຈກາງຂອງຍຸດທະສາດການພັດທະນາ. ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກຈິດໃຈດັ່ງກ່າວຢູ່ກອງປະຊຸມທີ່ຈັດຂຶ້ນໃນຕອນເຊົ້າມື້ນີ້.

“ຕາມມະຕິສະບັບຕ່າງໆທີ່ໄດ້ຮັບການປະກາດໃຊ້ຫວ່າງມໍ່ໆມານີ້ແລ້ວ ມະນຸດເປັນປັດໃຈສຳຄັນທີ່ສຸດຕັດສິນຄວາມເປັນຕາຍຂອງປະເທດຊາດ. ການລົງທຶນໃຫ້ແກ່ມະນຸດນັ້ນແມ່ນການລົທຶນໃຫ້ແກ່ການພັດທະນາລົງທຶນໃຫ້ແກ່ອະນາຄົດຂອງຊາດ”.

ຈຸດພິເສດຂອງກອງປະຊຸມຄັ້ງນີ້ແມ່ນຄວາມຮຽກຮ້ອງບໍ່ພຽງແຕ່ແມ່ນການຮ່ຳຮຽນ, ການຄົ້ນຄວ້າເທົ່ານັ້ນ, ຫາກຕ້ອງຫັນເປັນບັນດາໂຄງການກະທຳຂອງແຕ່ລະຂັ້ນ, ແຕ່ລະຂະແໜງ. ນີ້ແມ່ນຂອດກຸນແຈ: ຫັນມະຕິໃຫ້ປະກົດຜົນເປັນຈິງ.

ຍ້ອນໃນພຶດຕິກຳຕົວຈິງ, ເຖິງວ່າມະຕິຈະຖືກຕ້ອງຄືແນວໃດກໍ່ຕາມ ຖ້າບໍ່ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດແມ່ນຈະບໍ່ມີຄວາມໝາຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງສິ່ງດັ່ງກ່າວທີ່ກອງປະຊຸມ:

“ນັບແຕ່ນີ້ຮອດທ້າຍປີສະພາແຫ່ຊາດຈະຈັດກອງຊຸມສະໄໝສາມັນເທື່ອທີ 10, ເຊິ່ງເປັນກອງປະຊຸມສຸດ້າຍຂອງສະພາແຫ່ງຊາດຊຸດທີ 15, ສະພາແຫ່ງຊາດຕ້ອງຜັນຂະຫຍາຍບັນດາເນື້ອໃນຂອງມະຕິດັ່ງກ່າວໃນທັນທີຫັນເປັນລະບອບລະບຽບການດ້ວຍບັນດາມະຕິກົດໝາຍທີ່ກ່ຽວຂ້ອງໃນທັນທີ. ປະຈຸບັນ ພວມຈັດກອງຊຸມໃຫຍ່ສ້າງເອກະສານສະນັ້ນໃນແຜນການກະທຳກໍ່ຕ້ອງນຳຈິດໃຈດັ່ງກ່າວເຂົ້າໃນມະຕິເອກະສາຂອງກອງຊຸໃຫຍ່ຂັ້ຂອງຕົນ. ພິເສດປັບປຸງໂຄງການກະທຳເພື່ອປະຕິບັດໃນທັນທີບໍ່ໃຫ້ລໍຖ້າ”.

ກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະເທດຊາດ

ທ່ານເລຂາທິການໃຫຍ່  ຖືວ່າ ການຜັນຂະຫຍາຍຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ການເຊື່ອມໂຍງເຂົ້າກັບສາກົນຮຽກຮ້ອງຕ້ອງມີຄຸນນະທາດການເມືອງຢ່າງໝັ້ນຄົງເຂັ້ມແຂງຕໍ່ໜ້າການຜັນແປດ້ານພູມສາດການເມືອງທີ່ສັບສົນ. ບັນດາສິ່ງທ້າທາຍນັ້ນແມ່ນສິ່ງທົດສອບຄຸນນະທາດການນຳພາ ແລະ ຄວາມສາມາດໃນການຄຸ້ມຄອງປະເທດຊາດ. ຖ້າຜ່ານຜ່າໄປໄດ້, ນັ້ນຈະແມ່ນບາດກ້າວກະໂດດຂັ້ນ, ຖ້າຊັກຊ້າ, ຈະສ້າງຊ່ອງຫວ່າງຂອງການພັດທະນາ. ສະນັ້ນ, ທ່ານເລຂາທິການໃຫຍ່ສະເໜີວ່າ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ຕ້ອງຜັນຂະຫຍາຍມະຕິສະບັບຕ່າງໆດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ, ກຳນົດແຈ້ງເປົ້າໝາຍ, ທິດທາງ, ຄວາມຮັບຜິດຊອບ ແລະ ກົນໄກຕິດຕາມກວດກາ.

“ມະຕິ 4 ສະບັບໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດຄົບຊຸດ ຈະເພີ່ລັງໜູນໃໝ່ສ້າງກຳລັງແຮງເພື່ອໃຫ້ພວກເຮົາບຸກທະລຸປະຕິບັດບັນດາເປົ້າໝາຍຍຸດທະສາດຢ່າງມີໄຊ ເຮັໃຫ້ ຫວຽດນາມ ນັບມື້ນັບຮັ່ງມີເຂັ້ມແຂງສີວິໄລປະຊາຊົນ ຫວຽດນາມ ນັບມື້ນັບມີຄວາມຜາສຸກ. ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວລະບົບການເມືອງເປັນຈິດໜຶ່ງໃຈດຽວຮ່ວມແຮງຮ່ວມໃຈປະຕິບັດ. ຜູ້ໃດກໍ່ມີວຽກງານລະອຽດມື້ໃດກໍ່ບັນລຸໝາກຜົນລະຽດຫັນຄວາມຄາດຫວັງເປັນການກະທຳຫັນການກະທຳເປັນໝາກຜົນ ແລະ ຫັນໝາກຜົນກາຍເປັນຄວາມໄວ້ເນື້ອເຊື່ອໃຈໃໝ່”.

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 4 ສະບັບຂອງກົມການເມືອງ ບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ, ຫາກຍັງແມ່ນຄຳຢືນຢັນກ່ຽວກັບເສັ້ນທາງພັດທະນາຂອງ ຫວຽດນາມ. ນັ້ນແມ່ນການພັດທະນາບໍ່ພຽງແຕ່ເພື່ອເຕີບໂຕດ້ານເສດຖະກິດເທົ່ານັ້ນ, ຫາກຍັງເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ; ບໍ່ພຽງແຕ່ເພື່ອເຊື່ອມໂຍງແບບລ້າໆ ຫາກເຊື່ອມໂຍງໂດຍມີສີສັນ; ບໍ່ພຽງແຕ່ບືນຕົວຂຶ້ນເທົ່ານັ້ນ, ຫາກຍັງບືນຕົນຂຶ້ນແບບຍືນຍົງໃນຍຸກສະໄໝໃໝ່ອີກດ້ວຍ.


top