• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ອາກ​ເມ​ນີ

ໃນຂອບເຂດການຢ້ຽມຢາມ ສ.ອາກເມນີ ຢ່າງເປັນທາງການ, ຕອນບ່າຍວັນທີ 02 ເມສາ ຕາມເວລາຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງວິສາຫະກິດ ຫວຽດນາມ - ອາກເມນີ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເຂົ້າຮ່ວມການໂອ້ລົມສົນທະນາ

ກ່າວຄຳເຫັນໃນການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ: ຫວຽດນາມ ແລະ ອາກເມນີ ລ້ວນແຕ່ມີພື້ນຖານເສດຖະກິດເປີດ, ການສົ່ງອອກສວມບົດບາດສຳຄັນ, ມີກຳລັງຄວາມສາມາດຮັບມືກັບບັນດາຫຼັກການການຄ້າສາກົນ. ທ່ານປະທານສະພາແຫ່ງຊາດ ກໍເຈາະຈີ້ມບາງການກຳນົດທິດລະອຽດ ເຊິ່ງວິສາຫະກິດສອງປະເທດສາມາດພິຈາລະນາ, ນັ້ນແມ່ນເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ. ທ່ານປະທານສະພາແຫ່ງຊາດ ກໍປາດຖະໜາວ່າ ບັນດາວິສາຫະກິດສອງຝ່າຍຈະພ້ອມກັນຄົ້ນຄວ້າ ແລະ ລົງທຶນເຂົ້າບັນດາໂຄງການພະລັງງານແສງຕາເວັນ, ພະລັງງານແຮງລົມ ແລະ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ, ໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າຂອງ ອາກເມນີ ແລະ ແຫຼ່ງຊັບພະຍາກອນທີ່ອຸດົມສົມບູນຂອງ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ:

        “ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ສະຫະສະມາຄົມເສີມຂະຫຍາຍບົດບາດເປັນຂົວຕໍ່ເພື່ອຊຸກຍູ້ການແລກປ່ຽນ, ການຮ່ວມມືຕາມຫຼັກການ “ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕ່າງຝ່າຍຕ່າງປະສົບຜົນສຳເລັດ”, ບົນພື້ນຖານໜູນຊ່ວຍເຊິ່ງກັນ ແລະ ກັນ, ຊ່ວຍໃຫ້ບັນດາວິສາຫະກິດຮ່ວມມືຢ່າງເລິກເຊິ່ງ ແລະ ຮອບດ້ານ, ຍົກສູງຄວາມສາມາດແກ້ງແຍ້ງ, ພ້ອມກັນຂຸດຄົ້ນຕະຫຼາດຂອງກັນ ແລະ ພາກພື້ນ, ເຂົ້າຮ່ວມລະບົບມູນຄ່າການຜະລິດໃນພາກພື້ນ ແລະ ທົ່ວໂລກຢ່າງເລິກເຊິ່ງ”.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດແຫ່ງຊາດ ອາກເມນີ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top