• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫວະ ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ເປັນ​ທາງ​ການ

ນີ້ແມ່ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ ຄັ້ງທຳອິດຂອງ ທ່ານ ເວືອງດີ້ງເຫວະ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ຫວຽດນາມ ແລະ ກໍ່ເປັນການຢ້ຽມຢາມຄັ້ງທຳອິດ ຂອງການນຳຂັ້ນສູງ ຂອງຫວຽດນາມ ທີ່ໄປຍັງສອງປະເທດ ນັບແຕ່ ຫວຽດນາມ ແລະ ສອງປະເທດ ເປີດປະຕູຢ່າງສົມບູນ ພາຍຫຼັງໂລກລະບາດ ໂຄວິດ 19.

  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເດີນທາງໄປຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ (ພາບ:TTXVN)  

ໂດຍຮັບຄຳເຊີນຂອງ ທ່ານປະທານສະພາຕ່ຳ ອົດສະຕາລີ Malyon Dick, ທ່ານນາງປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe, ຕອນເຊົ້າວັນທີ 29 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ ຄັ້ງທຳອິດຂອງ ທ່ານ ເວືອງດີ້ງເຫວະ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ຫວຽດນາມ ແລະ ກໍ່ເປັນການຢ້ຽມຢາມຄັ້ງທຳອິດ ຂອງການນຳຂັ້ນສູງ ຂອງຫວຽດນາມ ທີ່ໄປຍັງສອງປະເທດ ນັບແຕ່ ຫວຽດນາມ ແລະ ສອງປະເທດ ເປີດປະຕູຢ່າງສົມບູນ ພາຍຫຼັງໂລກລະບາດ ໂຄວິດ 19.

ການຢ້ຽມຢາມໄດ້ດຳເນີນນັບແຕ່ວັນທີ 30 ພະຈິກ ຫາ ວັນທີ 6 ທັນວາ, ໃນສະພາບການທັງ ອົດສະຕາລີ ແລະ ນິວຊີແລນ ພວມຍູ້ແຮງການຟື້ນຟູເສດຖະກິດ ແລະ ຜັນຂະຫຍາຍຫຼາຍການເຄື່ອນໄຫວການຕ່າງປະເທດ; ການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດກຳລັງພັດທະນາຢ່າງສະດວກ, ມີປະສິດທິຜົນ ນັບທັງໃນໄລຍະໂລກລະບາດ ໂຄວິດ 19.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top