ຂ່າວສານ
ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin: ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ ສະພາແຫ່ງຊາດ ສິງກະໂປ ແລະ ສະພາແຫ່ງຊາດ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ສິງກະໂປ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບ ລະຫວ່າງສອງປະເທດ ພວມພັດທະນາ, ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ.
ທ່ານ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin (ພາບ: quochoi.vn)
ຕອນບ່າຍວັນທີ 18 ພຶດສະພາ, ທີ່ການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ໄດ້ຕີລາຄາສູງວຽກງານຈັດຕັ້ງ SEA Games 31 ຂອງປະເທດເຈົ້າພາບ ຫວຽດນາມ ແລະ ຍິ່ງສຳຄັນກ່ວານັ້ນແມ່ນຄວາມເປັນມິດ, ການຕ້ອນຮັບຂອງປະຊາຊົນ ຫວຽດນາມ ເຊິ່ງເຮັດໃຫ້ບັນດາສະມາຊິກຂອງຄະນະຜູ້ແທນ ມີຄວາມປະທັບໃຈຫຼາຍ.
ທ່ານປະທານສະພາແຫ່ງຊາດ ສິງກະໂປ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບ ລະຫວ່າງສອງປະເທດ ພວມພັດທະນາ, ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ. ການພົວພັນລະຫວ່າງສອງປະເທດພວມເຂົ້າສູ່ລວງເລິກ. ປັດຈຸບັນ ສິງກະໂປແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ຫວຽດນາມ ແລະ ໃນອະນາຄົດຈະມີການພັດທະນາກ່ວານີ້ອີກ. ໄປຄຽງຄູ່ກັນນັ້ນ, ການພົວພັນລະຫວ່າງປະຊາຊົນສອງປະເທດ ກໍ່ໄດ້ຮັບການເພີ່ມທະວີ. ພິເສດ, ຄວາມເຊື່ອໝັ້ນ, ນ້ຳໃຈມິດຕະພາບ ລະຫວ່າງສອງປະເທດແມ່ນສຳຄັນທີ່ສຸດ.
ຕາມທ່ານ ປະທານສະພາແຫ່ງຊາດ ສິ່ງກະໂປ Tan Chuan-Jin ແລ້ວ, ການຢ້ຽມຢາມຄັ້ງນີ້ ແມ່ນສັນຍາລັກທີ່ດີງາມຂອງທຸກສິ່ງທຸກຢ່າງ ໃນການພົວພັນລະຫວ່າງສອງປະເທດ ແລະ ຈະສືບຕໍ່ພັດທະນາໃນອະນາຄົດ.
(ແຫຼ່ງຄັດຈາກ VOV)