ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິງ​ກະ​ໂປ Tan Chuan-Jin: ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ສິງ​ກະ​ໂປ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ສິງກະໂປ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບ ລະຫວ່າງສອງປະເທດ ພວມພັດທະນາ, ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ.

ທ່ານປະທານສະພາແຫ່ງຊາດ ສິງກະໂປ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບ ລະຫວ່າງສອງປະເທດ ພວມພັດທະນາ, ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ.

   

ທ່ານ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin (ພາບ:  quochoi.vn)

ຕອນບ່າຍວັນທີ 18 ພຶດສະພາ, ທີ່ການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin ໄດ້ຕີລາຄາສູງວຽກງານຈັດຕັ້ງ SEA Games 31 ຂອງປະເທດເຈົ້າພາບ ຫວຽດນາມ ແລະ ຍິ່ງສຳຄັນກ່ວານັ້ນແມ່ນຄວາມເປັນມິດ, ການຕ້ອນຮັບຂອງປະຊາຊົນ ຫວຽດນາມ ເຊິ່ງເຮັດໃຫ້ບັນດາສະມາຊິກຂອງຄະນະຜູ້ແທນ ມີຄວາມປະທັບໃຈຫຼາຍ.

ທ່ານປະທານສະພາແຫ່ງຊາດ ສິງກະໂປ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ ໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບ ລະຫວ່າງສອງປະເທດ ພວມພັດທະນາ, ມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ. ການພົວພັນລະຫວ່າງສອງປະເທດພວມເຂົ້າສູ່ລວງເລິກ. ປັດຈຸບັນ ສິງກະໂປແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ຫວຽດນາມ ແລະ ໃນອະນາຄົດຈະມີການພັດທະນາກ່ວານີ້ອີກ. ໄປຄຽງຄູ່ກັນນັ້ນ, ການພົວພັນລະຫວ່າງປະຊາຊົນສອງປະເທດ ກໍ່ໄດ້ຮັບການເພີ່ມທະວີ. ພິເສດ, ຄວາມເຊື່ອໝັ້ນ, ນ້ຳໃຈມິດຕະພາບ ລະຫວ່າງສອງປະເທດແມ່ນສຳຄັນທີ່ສຸດ.

ຕາມທ່ານ ປະທານສະພາແຫ່ງຊາດ ສິ່ງກະໂປ Tan Chuan-Jin ແລ້ວ, ການຢ້ຽມຢາມຄັ້ງນີ້ ແມ່ນສັນຍາລັກທີ່ດີງາມຂອງທຸກສິ່ງທຸກຢ່າງ ໃນການພົວພັນລະຫວ່າງສອງປະເທດ ແລະ ຈະສືບຕໍ່ພັດທະນາໃນອະນາຄົດ.

(ແຫຼ່ງຄັດຈາກ VOV)


top