ຂ່າວສານ
ປະທານສະພາຕ່ຳ ສ.ເຊັກໂກ ຕີລາຄາສູງຈິດໃຈເຊື່ອມໂຍງ ແລະ ປະກອບສ່ວນຂອງ ປະຊາຄົມຊາວຫວຽດນາມຢູ່ສ.ເຊັກໂກ ເຂົ້າສັງຄົມເຊັກໂກ
ວັນທີ 3 ຕຸລາ, ທ່ານ Tomio Okamura ປະທານສະພາຕ່ຳ ສະພາແຫ່ງຊາດ ສ.ເຊັກໂກ, ພ້ອມກັບຄະນະຜູ້ແທນສະພາຕ່ຳ ສ.ເຊັກໂກ ໄດ້ມາຢ້ຽມຢາມປະຊາຄົມ ແລະ ວິສາຫະກິດ ພ້ອມກັບພໍ່ຄ້າຊາວຂາຍ ຫວຽດນາມ ຢູ່ສູນການຄ້າຊາປາ, ນະຄອນຫຼວງ Praha,ປະເທດ ສ.ເຊັກໂກ. ທີ່ການເຮັດວຽກ, ທ່ານ Tomio Okamura ຕີລາຄາສູງວິວັດການເຊື່ອມໂຍງ ແລະ ບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ. ທ່ານຮັບຮູ້ບັນດາຄວາມມານະພະຍາຍາມ, ຄວາມດູໝັ່ນ, ຖືເປັນສຳຄັນການລົງທຶນສຶກສາໃຫ້ແກ່ຄົນລຸ້ນໜຸ່ມ ແລະ ເຊື່ອມໂຍງເຂົ້າກັບສັງຄົມສ.ເຊັກໂກເປັນຢ່າງດີ. ທ່ານປະທານສະພາຕ່ຳ ກໍ່ແບ່ງປັນວ່າ ກນາຢ້ຽມຢາມ ສູນການຄ້າ ຊາປາດ້ວຍຄວາມຫວັງຢາກຊອກຮູ້ເລິກກ່ຽວກັບປະຊາຄົມຊາວຫວຽດນາມ, ບັນດາບັນຫາທີ່ພໍ່ແມ່ປະຊາຊົນມີຄວາມສົນໃຈ ແລະ ບັນດາຂົງເຂດເຊິ່ງອົງການທີ່ມີໜ້າທີ່ຄວາມຮັບຜິດຊອບປະຈຳຖິ່ນອາດສາມາດໜູນຊ່ວຍ.






