ຂ່າວສານ
ປະທານປະເທດ ເລືອງເກື່ອງ ພົບປະຄະນະຜູ້ແທນສະມາຄົມສົ່ງເສີມການຮຽນດີເດັ່ນທົ່ວປະເທດ
ເມື່ອກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາປະຫວັດສາດເພື່ອກ້າວເຂົ້າສູ່ສັງກາດໃໝ່ພັດທະນາຮັ່ງມີເຂັ້ມແຂງ. ໄປຄຽງຄູ່ກັນນັ້ນ, ປະທານປະເທດກໍໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຕິດພັນກັບວຽກງານສົ່ງເສີມການຮຽນ ດ້ວຍການຫັນເປັນດີຈີຕອນ, ຫັນເປັນສີຂຽວແຫ່ງຊາດ. ທ່ານປະທານປະເທດ ຮຽກຮ້ອງວ່າ:
“ ສຸມໃສ່ປັບປຸງ, ພັດທະນາບັນດາສູນຮ່ຳຮຽນແບບສາທາລະນະຕາມທິດຫັນເປັນດີຈີຕອນ, ຫັນເປັນສີຂຽວ; ຄົ້ນຄວ້າມາດຕະຖານປະເມີນຕີລາຄາ “ກົມກອງສົ່ງເສີມການຮຽນສີຂຽວ” ຂັ້ນຕາແສງ; ຊຸກຍູ້ການສົມທົບລະຫວ່າງໂຮງຮຽນ, ຄອບຄົວ ແລະ ສັງຄົມ ໃນການສ້າງ “ໂຮງຮຽນສີຂຽວ”, ເພື່ອແນໃສ່ຍົກສູງສະຕິຂອງປະຊາຊົນກ່ຽວກັບສະພາບແວດລ້ອມການສຶກສາ; ນັ້ນຕ້ອງແມ່ນບັນດາສູນບຳລຸງສ້າງມະນຸດພັດທະນາຢ່າງຮອບດ້ານກ່ຽວກັບບຸກຄະລິກກະພາບ, ຄຸນທາດ, ພູມປັນຍາ, ລະດັບການສຶກສາ..., ເພື່ອກາຍເປັນ “ພົນລະເມືອງຮ່ຳຮຽນສີຂຽວ”ໃຫ້ແກ່ອະນາຄົດເທື່ອລະກ້າວ.