ຂ່າວສານ
ປະທານປະເທດ ເລືອງເກືອງ ແລະ ປະທານາທິບໍດີ ຮຸງກາຣີ ເຂົ້າຮ່ວມງານວາງສະແດງພາບຖ່າຍຂອງນັກຖ່າຍຮູບ Dezso Bozoky
ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 28 ພຶດສະພາ, ຢູ່ໂຮງແຮມ Metropole, ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາພ້ອມກັບທ່ານ ປະທານາທິບໍດີ ຮຸງກາຣີ Sulyok Tamas ແລະ ພັນລະຍາໄດ້ເຂົ້າຮ່ວມພິທີເປີດງານວາງສະແດງພາບຖ່າຍໂດຍສະຖານທູດ ຮຸງກາຣີ ປະຈຳ ຫວຽດນາມ ຈັດຂຶ້ນ ເຊິ່ງວາງສະແດງບັນດາພາບຖ່າຍຂອງທ່ານໝໍ - ນັກຖ່າຍຮູບຊາວຮຸງກາຮີ Bozoky Dezso (1871-1957).
ບັນດາພາບຖ່າຍທີ່ໄດ້ວາງສະແດງໃນງານວາງສະແດງຄັ້ງນີ້ຂອງນັກຖ່າຍຮູບ Bozoky Dezso ແມ່ນຮູບສຳເນົາດີຈີຕອນ ຈາກຊຸດສະສົມຂອງຫໍພິພິທະພັນວິຈິດສິນ Budapest ແລະ ຫໍພິພິທະພັນສິລະປະອາຊີ Ferenc Hopp ສະແດງໃຫ້ເຫັນອາຄານທີ່ພົ້ນເດັ່ນຫຼື ບາງສະຖານທີ່ທີ່ຍາມຕົ້ນສະຕະວັດທີ 20 ຂອງນະຄອນ ໄຊງ່ອນໃນເມື່ອກອນ ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ ແລະ ຍັງຄົງຕົວມາຮອດປັດຈຸບັນ. ນີ້ແມ່ນຄັ້ງທຳອິດທີ່ບັນດາພາບຖ່າຍນີ້ໄດ້ຮັບການແນະນຳເປັນວົງກວ້າງເຖິງມະຫາຊົນ ຫວຽດນາມ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານາທິບໍດີ ຮຸງກາຣີ ເນັ້ນໜັກວ່າ ງານວາງສະແດງແມ່ນສິ່ງພິສູດໃຫ້ເຫັນ ວ່າ ສອງຊາດຮຸງກາຮີ ແລະ ຫວຽດນາມ ມີຄວາມຮູ້ຈັກກັນມາແຕ່ດົນນານແລ້ວກ່ອນເວລາທີ່ສອງປະເທດ ຈະສ້າງຕັ້ງການພົວພັນທາງການທູດ (1950), ພິເສດແມ່ນຊາວຮຸງກາຣີ ໄດ້ຮູ້ຈັກເຖິງຊາວ ຫວຽດນາມ ຜ່ານບັນດາພາບຖ່າຍຍາມຕົ້ນສະຕະວັດທີ 20. ດັ່ງນັ້ນງານວາງສະແດງແມ່ນການເຄື່ອນໄຫວວັດທະນະທຳທີ່ພົ້ນເດັ່ນເພື່ອສະເຫຼີມສະຫຼອງການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຍືນຍົງລະຫວ່າງສອງປະເທດ ຫວຽດນາມ ແລະ ຮຸງກາຮີ.