• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ້​ວັນ​ເຖຶອງ ຢ້ຽມ​ຢາມ ຕາ​ແສງ​ຊົນນະ​ບົດ​ແບບ​ຢ່າງ ຊວັນ​ກຽນ-ນາມດິ້ງ

ທ່ານປະທານປະເທດໄດ້ຕີລາຄາສູງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ຕາແສງ ທີ່ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈກໍ່ສ້າງຕາແສງຊົນນະບົດແບບຢ່າງສຳເລັດຜົນ.
ທ່ານປະທານປະເທດ ຫວໍ້ວັນເຖຶອງ ໄປຢ້ຽມຢາມ ປຊຊ ຕາແສງຊົນນະບົດແບບຢ່າງ ຊວັນກຽນ (ພາບ: TTXVN)

ຕອນບ່າຍວັນທີ 19 ພຶດສະພາ, ໃນລາຍການຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈິມິນ ຢ້ຽມຢາມແຂວງ ນາງດິ້ງ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖຶອງ ໄດ້ໄປຢ້ຽມຢາມ ປຊຊ ຕາແສງຊົນນະບົດແບບຢ່າງ ຊວັນກຽນ-ເມືອງຊວັນເຈື່ອງ-ແຂວງນາມດິ້ງ. ນະທີ່ນີ້, ທ່ານປະທານປະເທດໄດ້ຕີລາຄາສູງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ຕາແສງ ທີ່ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈກໍ່ສ້າງຕາແສງຊົນນະບົດແບບຢ່າງສຳເລັດຜົນ. ທ່ານຊີ້ແຈ້ງວ່າ, ພ້ອມກັບການພັດທະນາເສດຖະກິດ, ປຊຊ ຍາມໃດກໍ່ຕ້ອງຮັກສານ້ຳໃຈອາລົມຈິດກັບຜູ້ຢູ່ບ້ານໃກ້ເຮືອນຄຽງ, ຊ່ວຍເຫຼືອກັນບືນຕົວຂຶ້ນໃນຊີວິດການເປັນຢູ່; ເອົາໃຈໃສ່ເບິ່ງແຍງການຮ່ຳຮຽນ, ສຶກສາລູກຫຼານ ເພື່ອຕາແສງເປັນຊົນນະບົດແບບຢ່າງຢ່າງແທດຈິງ ສົມກັບມູນເຊື້ອແຫ່ງການຮ່ຳຮຽນທີ່ດີງາມຂອງບ້ານເກີດເມືອງນອນ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top