ຂ່າວສານ
ປະທານປະເທດ ຈີນ ສີຈີ້ນຜິງ: ຈີນ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ
ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ ມີຄວາມເຂັ້ມແຂງກວ່າ ແລະ ອົງອາດກ້າແກ່ນກວ່າພາຍຫຼັງ “ບັນດາລູກພາຍຸຂອງຍຸກສະໄໝ”. ຂໍ້ສັງເກດດັ່ງກ່າວຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ຍົກອອກມາໃນບົດຂຽນໃນໜ້າທຳອິດຂອງໜັງສືພິມ “The Star”, ໜຶງສືພິມໃຫຍ່ຂອງ ມາເລເຊຍ ສະບັບອອກວັນທີ 15 ພຶດສະພາ, ກ່ອນທີ່ທ່ານເດີນທາງໄປຢ້ຽມຢາມ ມາເລເຊຍ. ໃນບົດຂຽນດັ່ງກ່າວ, ທ່ານ ສີຈີ້ນຜິງ ເນັ້ນໜັກວ່າ ຈີນ ແມ່ນຄູ່ເຈລະຈາທຳອິດຂອງ ອາຊຽນ ທີ່ເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ແລະ ແມ່ນປະເທດທຳອິດສ້າງຕັ້ງເຂດການຄ້າເສລີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ, ມຸ່ງໄປເຖິງໝາກຜົນ ແລະ ປະສິດທິຜົນສູງສຸດໃນພາກພື້ນ. ທ່ານຢັ້ງຢືນວ່າ ຈີນ ເດັດດ່ຽວສະໜັບສະໜູນຄວາມເປັນເອກະພາບ ແລະ ການສ້າງປະຊາຄົມຂອງ ອາຊຽນ, ພ້ອມທັງສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ.
ຕາມກະຊວງການຕ່າງປະເທດ ມາເລເຊຍ ແລ້ວ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະຢ້ຽມຢາມ ມາເລເຊຍ ທາງລັດຖະກິດ ແຕ່ວັນທີ 15 – 17 ເມສາ ຕາມຄຳເຊີນຂອງກະສັດ ມາເລເຊຍ Sultan Ibrahim.