• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ລາວ ເຂົ້າ​ວາງ​ພວງ​ມາ​ລາ​ໄວ້​ອາ​ໄລ​ຜູ້ນຳ​ລາວ ຄຳ​ໄຕ ສີ​ພັນ​ດອນ

ຄະນະໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າ ພ້ອມດ້ວຍຄອບຄົວຜູ້ນຳ ຄຳໄຕ ສີພັນດອນ.
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ເຂົ້າວາງພວງມາລາໄວ້ອາໄລຜູ້ນຳລາວ ຄຳໄຕ ສີພັນດອນ (ພາບ: TTXVN)

ວັນທີ 05 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະຜູ້ແທນສະຖານທູດ ຫວຽດນາມ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ໂດຍທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາວ ເປັນຫົວໜ້າຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ. ຄະນະໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າ ພ້ອມດ້ວຍຄອບຄົວຜູ້ນຳ ຄຳໄຕ ສີພັນດອນ.

ກໍໃນວັນດຽວກັນ, ຄະນະຜູ້ແທນຫ້ອງການທູດທະຫານ ຫວຽດນາມ ປະຈຳ ລາວ ກໍໄດ້ມາວາງພວງມາລາໄວ້ອາໄລຜູ້ນຳ ຄຳໄຕ ສີພັນດອນ ແລະ ຂຽນປຶ້ມໄວ້ອາໄລ, ສະແດງນ້ຳໃຈມິດຕະພາບລະຫວ່າງກອງທັບສອງປະເທດ ແລະ ສາຍພົວພັນອັນຜູກພັນຂອງການຮ່ວມສຳພັນສູ້ຮົບຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top