• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສົ່ງຈົດ​ໝາຍ​ອວຍ​ພອນເນື່ອງ​ໃນ​ໂອ​ກາ​ດ​ວັນ​ຄູ​​ແຫ່ງ​ຊາດຫວຽດ​ນາມ 20 ພະ​ຈິກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2022), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ກໍ່ສົ່ງຈົດໝາຍອວຍພອນຄູອາຈານ, ພະນັກງານຄຸ້ມຄອງ, ລັດຖະກອນຂະແໜງການສຶກສາ ທຸກຖ້ວນໜ້າ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2022), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ກໍ່ສົ່ງຈົດໝາຍອວຍພອນຄູອາຈານ, ພະນັກງານຄຸ້ມຄອງ, ລັດຖະກອນຂະແໜງການສຶກສາ ທຸກຖ້ວນໜ້າ.

  ທ່ານປະທານປະເທດ ຫງວຽນຊວັນຟຸກ   

ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ໝາກຜົນ ເຊິ່ງຂະແໜງການສຶກສາບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ, ພະນັກງານຄຸ້ມຄອງ, ລັດຖະກອນຂະແໜງການສຶກສາ. ໂດຍເນັ້ນໜັກວ່າ ໃນໄລຍະປັດຈຸບັນ, ການສຶກສາ ຫວຽດນາມ ພວມຢຶນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ ແລະ ຮຽກຮ້ອງກຳລັງຄວາມສາມາດ, ຄຸນທາດ ແລະ ບຸກຄະລິກຂອງຄູອາຈານສູງກ່ວາ, ທ່ານປະທານປະເທດຫວັງວ່າ ບັນດາຄູອາຈານ ຈະສຸດຈິດສຸດໃຈອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການສຶກສາຂອງປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທົ່ວສັງຄົມຮ່ວມແຮງຮ່ວມໃຈ ກັບຂະແໜງສຶກສາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ບົດຜ່ອງ ຍົກລະດັບຂະແໜງການສຶກສາ ຫວຽດນາມ, ປະຕິບັດຄວາມຄາດຫວັງ ກໍ່ສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top