• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດໄປຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ແຂວງ ຮ່າຕິ້ງ, ເງະອານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີເພື່ອອາໄລຫາບັນດານັກຮົບເສຍສະຫຼະຊີວິດເພືຶ່ອຊາດ; ສະແດງຄວາມຮູ້ບຸນຄຸນຢ່າງເລິກງເຊິ່ງ ຕໍ່ຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານໄດ້ໄປຖະຫວາຍດອກໄມ້, ທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນບ່າຍວັນທີ 16 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານໄດ້ໄປຖະຫວາຍດອກໄມ້, ທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູຊະນີຍະສະຖານປະຫວັດສາດ 3 ຫຼ່ຽມ ດົ່ງລົກ (ຕາແສງ ດົ່ງລົກ, ເມືອງ ການລົກ, ແຂວງ ຮ່າຕິ້ງ) ແລະ ເຂດປູຊະນີຍະສະຖານປະຫວັດສາດ ຈວງບົ່ນ (ຕາແສງ ມີ້ເຊີນ, ເມືອງ ໂດເລືອງ, ແຂວງ ເງະງານ).

ທີ່  ເຂດປູຊະນີຍະສະຖານ 2 ແຫ່ງດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີເພື່ອອາໄລຫາບັນດານັກຮົບເສຍສະຫຼະຊີວິດເພືຶ່ອຊາດ; ສະແດງຄວາມຮູ້ບຸນຄຸນຢ່າງເລິກງເຊິ່ງ ຕໍ່ຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຕໍ່ໜ້າດວງວິນຍານຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສາມັກຄີເປັນຈິດໜຶ່ງໃດດຽວ, ປະຕິບັດບັນດາໜ້າທີ່ເຊິ່ງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນມອບໝາຍໃຫ້, ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ, ຮັ່ງມີເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top