• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມຈະເຂົ້າຮ່ວມ IPU ຄັ້ງທີ 137 ຢູ່ສະຫະພັນລັດເຊຍ ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ

      ໂດຍປະຕິບັດຕາມລາຍການເຄື່ອນໄຫວການພົວພັນຕ່າງປະເທດຂອງ ສະພາແຫ່ງຊາດ ປີ 2017, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 137 (IPU – 137) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterburg, ສະຫະພັນລັດເຊຍ ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ.

 ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ
(ພາບປະກອບ)
      ໂດຍຮັບຄຳເຊີນຂອງ ທ່ານປະທານສະຫະພັນລັດຖະສະພາສາກົນ Saber Chowdhury, ປະທານສະພາສະຫະພັນລັດເຊຍ Valentina Ivanovna Matviyenko ແລະ ທ່ານປະທານສະພາແຫ່ງຊາດສະຫະພັນລັດເຊຍ Vyacheslav Volodin; ປະທານສະພາສູງສາທາລະນະລັດກາຊັກສະຖານ Kassym Zhomart Tokayev ແລະ ປະທານສະພາຕ່ຳກາຊັກສະຖານ Nurlan Nigmatulin, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໂດຍ ທ່ານ ນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ນຳໜ້າ, ຈະເຂົ້າຮ່ວມ IPU – 137 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterburg, ສະຫະພັນລັດເຊຍ, ແຕ່ວັນທີ 14-15 ຕຸລາ 2017 ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ ແຕ່ວັນທີ 16-18 ຕຸລາ 2017.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top