• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ

      ທ່ານປະທານສະພາແຫ່ງຊາດ ເວືອງດິນເຮັ້ວ ຈະເຂົ້າຮ່ວມບັນດາວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບບັນດາເນື້ອໃນສຳຄັນ ລວມມີການພັດທະນາແບບຍືນຍົງ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃນການຮ່ວມມືຕ້ານໂລກລະບາດໂຄວິດ 19....
ປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຮັ້ວ (ພາບ:TTXVN)
      ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ຈະຖືກຈັດຂຶ້ນຢູ່ວຽນ ປະເທດ ໂອຕາລິດ ແຕ່ວັນທີ 6-9 ກັນຍາຈະມາເຖິງ. ນີ້ແມ່ນກົນໄກການເຄື່ອນໄຫວໃໝ່, ພິເສດຂອງສະຫະພາບລັດຖະສະພາໂລກ (IPU). ຜ່ານການພົບປະຂັ້ນສູງລັດຖະສະພາ, ບັນດານັກສ້າງນິຕິກຳທົ່ວໂລກ ຈະປະກອບສຽງເວົ້າລວມ ພ້ອມກັບ ສປຊ ແກ້ໄຂບັນດາບັນຫາທົ່ວໂລກ. ຄາດວ່າ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະມີປະທານສະພາແຫ່ງຊາດ, ປະທານສະພາຕຳ, ສະພາສູງ 114 ທ່ານ, ຮອງປະທານສະພາແຫ່ງຊາດ 30 ທ່ານທີ່ມາຈາກ 104 ລັດຖະສະພາສະມາຊິກ IPU , ສະມາຊິກຮ່ວມສຳພັນ 7 ປະເທດ ແລະ  ນັກສັງເກດການຂອງ 10 ປະເທດ. ຄາດວ່າ ທ່ານປະທານສະພາແຫ່ງຊາດ ເວືອງດິນເຮັ້ວ ຈະນຳໜ້າຄະນະຜູ້ແທນຫວມຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມບັນດາວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບບັນດາເນື້ອໃນສຳຄັນ ລວມມີການພັດທະນາແບບຍືນຍົງ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃນການຮ່ວມມືຕ້ານໂລກລະບາດໂຄວິດ 19 ແລະ ການຟື້ນຟູຫຼັງໂລກລະບາດ, ການຫັນປ່ຽນພື້ນຖານເສດຖະກິດ…
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top