
ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)
ຕອນຄ່ຳວັນທີ 31 ຕຸລາ, ຄະນະຜູ້ແທນໄດ້ມາຮອດຮ່າໂນ້ຍ. ໃນການຢ້ຽມຢາມ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ມີການພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ສ.ເກົາຫຼີ ໄດ້ໄປຢ້ຽມຢາມໂຮງງານ Samsung ຫວຽດນາມ ຢູ່ແຂວງບັກນິງ, ຢ້ຽມຢາມແຂວງບັກນິງ.
(ແຫຼ່ງຄັດຈາກ VOV)