• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ ພັນຄຳ ວິພາວັນ

      ຕອນບ່າຍວັນທີ 18 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກາງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດ ສປປ.ລາວ ພັນຄຳ ວິພາວັນ

(ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ ພັນຄຳ ວິພາວັນ)
      ເນື່ອງໃນໂອກາດມາເຂົ້າຮ່ວມງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ປັບປຸງສາຍພົວພັນແບບພິເສດຫວຽດນາມ - ລາວ. ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາເຫດການສະເຫຼີມສະຫຼອງແຕ່ນີ້ຮອດທ້າຍປີ 2017, ເພື່ອໃຫ້ປີສາມັກຄີມິດຕະພາບຫວຽດນາມ - ລາວ ກາຍເປັນຂີດໝາຍຢ່າງເລິກເຊິ່ງໃນພະນັກງານ, ສະມາຊິກພັກ ແລະ ປະຊາຊົນ 2 ປະເທດຢ່າງແທດຈິງ. 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພ້ອມທັງຍູ້ແຮງບັນດາມາຕະການຊຸກຍູ້ວົງເງິນການຄ້າລະຫວ່າງ 2 ປະເທດ. ທ່ານປະທານປະເທດປາດຖະໜາວ່າ, ລາວ ຈະສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ລາວ…
        ສ່ວນທ່ານຮອງປະທານປະເທດລາວ ພັນຄຳ ວິພາວັນ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງທີ່ໃຫຍ່ຫຼວງກວ່າໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.
ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ຕ້ອນຮັບທ່ານຮອງປະທານປະເທດ ລາວ ພັນຄຳ ວິພາວັນ. ການນຳສອງທ່ານໄດ້ເຫັນດີນຳກັນໂດຍຖືວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແມ່ນຊັບສົມບັດອັນລ້ຳຄ່າຊື່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຄວນຮັກສາ, ເສີມຂະຫຍາຍ. 
(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top