• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງ ເຂົ້າຮ່ວມ ເວທີປາໄສຂັ້ນສູງຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ”

      ວັນທີ 15/5, ກອງປະຊຸມໂຕະມົນບັນດາການນຳໃນຂອບເຂດເວທີປາໄສຂັ້ນສູງຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14 ພຶດສະພາ ຢູ່ນະຄອນຫລວງ ປັກກີງ ປະເທດ ຈີນ.
ປະທານປະເທດເຈີນດ້າຍກວາງ ເຂົ້າຮ່ວມ ເວທີປາໄສ
      ເຂົ້າຮ່ວມເວທີປາໄສມີການນຳຂັ້ນສູງມາຈາກ 29 ປະເທດ ພ້ອມກັບເລຂາທິການໃຫຍ່ສະຫະປະຊາຊາດ, ປະທານທະນາຄານໂລກ (WB), ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF). ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານປະເທດ ເຈີ່ນດ້າຍກວາງ ນຳໜ້າ.    
     ກ່າວຄຳເຫັນທີ່ກອງປະຊຸມ , ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ແບ່ງປັນຄວາມມານະພະຍາຍາມຂອງຫວຽດນາມໃນການຊຸກຍູ້ການຮ່ວມສຳພັນເສດຖະກິດ ແລະ ເຊື່ອມຈອດທາງຄົມມະນາຄົມກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໜູນຊ່ວຍບັນດາປະເທດ ບໍ່ມີທະເລ ແລະ ເປັນປະເທດທາງຜ່ານເຂົ້າຮ່ວມຢ່າງເລິກເຊິ່ງ ແລະ ຮັບຜົນປະໂຫຍດຈາກລະບົບການຄ້າທົ່ວໂລກ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຍັງໄດ້ແບ່ງປັນກ່ຽວກັບບັນດາເປົ້າໝາຍຂອງປີ APEC 2017  ແລະຢືນຢັນວ່າ ຫວຽດນາມດ້ວຍບົດບາດແມ່ນປະເທດເຈົ້າພາບຈັດກອງປະຊຸມ APEC 2017, ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາພື້ນຖານເສດຖະກິດພາຄີເພື່ອຊຸກຍູ້ການສ້າງການ ພົວພັນຄູ່ຮ່ວມມືອາຊີ-ປາຊີຟິກເພື່ອການພັດທະນາແບບຍືນຍົງ.
      ເນື່ອງໃນໂອກາດ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢ້ຽມຢາມທາງລັດຖະກິດຢູ່ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” . 2 ຝ່າຍໄດ້ອອກແຈ້ງການຮ່ວມ ໂດຍໃຫ້ຮູ້ວ່າ 2 ຝ່າຍເຫັນດີຮັກສາການພົບປະລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ, ເພີ່ມທະວີການພົວພັນແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດ. 2 ຝ່າຍເຫັນດີປະຕິບັດ DOC ຢ່າງຮອບດ້ານ ແລະ ມີປະສິດທິຜົນ,  ກ້າວໄປເຖິງການສ້າງ COC ໂດຍໄວ. ຄວບຄຸມຄວາມບໍ່ລົງລອຍກັນບົນທະເລ,ບໍ່ຄວນມີບັນດາການກະທຳເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ.
     ຝ່າຍຫວຽດນາມຢືນຢັນຍຶດໝັ້ນນະໂຍບາຍປະເທດຈີນດຽວ, ຄັດຄ້ານການກະທຳກໍ່ຄວາມແບ່ງແຍກ “ໄຕ້ຫວັນເອກະລາດ” ດ້ວຍທຸກຮູບການ. ຫວຽດນາມບໍ່ພັດທະນາການພົວພັນຢ່າງເປັນທາງການກັບໄຕ້ຫວັນ.
      ສຳລັບການຮ່ວມມືສາກົນ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການປະສານງານ ແລະ ສົມທົບກັນໃນຂອບເຂດຫຼາຍຝ່າຍເຊັ່ນ: ສ.ປ.ຊ, APEC, ອາຊຽນ, EAS, ARF …..
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top