• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບທູດພິເສດ ຂອງປະທານ Raul Castro

ທ່ານ​ປະທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບປະກອບ)
           ທີ່​ການ​ຕ້ອນຮັບ​ທູ​ດພິ​ເສດຂອງ​ປະທານ Raul Castro, ໃນ​ຕອນ​ບ່າຍວັນ​ທີ 30/06, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຊົມ​ເຊີຍການ​ຢ້ຽມຢາມຫວຽດນາມ ຂອງທ່ານ​ທູ​ດພິ​ເສດ  Alejandro Castro ​ແລະ ​ຕີ​ລາຄາ​ສູງ​ບັນດາ​ໄຊຊະນະ​ໃນ​ວິວັດ​ແຫ່ງການພັດທະນາ​ພື້ນ​ຖານ​ເສດຖະກິດ, ກໍຄືບັນດາ​ໄຊຊະນະທາງ​ດານ​ທູດ ​ໃນ​ການສ້າງ​ຕັ້ງ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ຄືນ​ໃໝ່. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ໃຫ້ຮູ້​ວ່າ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ກັບ​ປະ​ເທດ​ກຸຍ​ບາ ອ້າ​ຍນ້ອງ ບັນດາ​ບົດຮຽນ​ທີ່ບັນລຸ​ໄດ້​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ກໍ່​ຄື​​ໃນວິວັດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ​ເສດຖະກິ​ດການ​ຕະຫຼາດຈະ​ຍູ້​ໄວ​ການ​ພັດທະນາ​ເສດຖະກິດ ​ແຕ່​ພັດກໍ​​ໃຫ້​ເກີດ​ການ​ຊຸດ​​ໂຊມ​ໃນ​ຖັນ​ແຖວ, ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ຮຽກ​ຮ້ອງ​ໃຫ້​​ມີ​ຄວາມ​ຕັດສິນ​ໃຈ​ສູງ ​ໃນ​ການ​​ຕຳ​ໜິຕິຊົມ​ຕົນ​ເອງ ​ແລະ ຕຳ​ໜິຕິຊົມ​ເພື່ອນ​ສະຫາຍ​, ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຈຸດໝາຍ​ສູງ​ສຸດ​ແມ່ນ ​ກໍ່​ສ້າງ​ພັກ​ກຳ​ອຳນາດ​ຢ່າງ​ແທ​ດຈິງ, ປອດ​ໄສ, ​ເຂັ້ມ​ແຂງ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຊົນ.
      ທູ​ດພິ​ເສດ Alejandro Castro ​ໄດ້​ລາຍງານ​ກັບ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເນື້ອ​ໃນ​ເຮັດ​ວຽກຢ່າງ​ເລິກ​ເຊິ່ງ, ກວ້າງຂວາງກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ປົກປ​ັກຮັກສາ​ອະທິປະ​ໄຕ​ຂອງ​ຊາດ ​ໃນ​ຂະນະ​ທີ່​ເຫັນ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ທູ​ດພິ​ເສດ Alejandro Castro ກໍ​ໃຫ້​ຮູ້​ວ່າ, ກຸຍ​ບາ ຢາກ​ແບ່ງປັນ​ບົດຮຽນ​ໃນ​ການ​ປ່ຽນ​ໃໝ່​ຂອງ​ຫວຽດນາມ.  
 (ແຫຼ່ງຄັດຈາກ VOV)
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top