• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມລາຍການສະແດງສິລະປະ “ບົດເພງໄຊເດືອນ ຕຸລາ”

      ການປະຕິວັດເດືອນ ຕຸລາ ໄດ້ເຮັດໃຫ້ສອງປະເທດ, 2 ຊາດ ຫວຽດນາມ - ລັດເຊຍ ຫຍັບມໍ່ເຂົ້າໃກ້ກັນກ່ວາ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ແລະ ຍືນຍົງຍາວນານ. 

ການວາງສະແດງສິລະປະທີ່ລາຍການ
      ເພື່ອເປັນການສະເຫຼີມສະຫຼອງ “100 ປີແຫ່ງວັນການປະຕິວັດເດືອນ ຕຸລາ ລັດເຊຍ”, ຕອນຄ່ຳວັນທີ 2 ພະຈິກ, ໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສູນ ວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງ ສິລະປະ “ບົດເພງໄຊເດືອນ ຕຸລາ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມເຫດການ. ກ່າວຄຳເຫັນໄຂລາຍການ, ທ່ານ ທ້ວນຫືວ, ບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ, ຢັ້ງຢືນວ່າ:
        “ການປະຕິວັດເດືອນ ຕຸລາ ໄດ້ເຮັດໃຫ້ສອງປະເທດ, 2 ຊາດ ຫວຽດນາມ - ລັດເຊຍ ຫຍັບມໍ່ເຂົ້າໃກ້ກັນກ່ວາ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ແລະ ຍືນຍົງຍາວນານ. ປະຊາຊົນ ຫວຽດນາມ ບໍ່ມີວັນຈະຫຼົງລືມການຊ່ວຍເຫຼືອອັນໃຫຍ່ຫຼວງ, ສາຍຈິດມິດໃຈຂອງປະຊາຊົນ ລັດເຊຍ ກ່ອນນີ້ ກໍ່ຄືໃນໄລຍະປະຈຸບັນ. ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: ເດີນຕາມເສັ້ນທາງທີ່ໂດຍ ເລນີນ ຜູ້ນຳທີ່ຍິ່ງໃຫຍ່ໄດ້ວາງອອກ, ເສັ້ນທາງຂອງການປະຕິວັດເດືອນ ຕຸລາ ນັ້ນ, ປະຊາຊົນຈະຍາດໄດ້ໄຊຊະນະອັນໃຫຍ່ຫຼວງ. ດັ່ງນັ້ນ, ການພົວພັນສະໜິດແໜ້ນ ແລະ ຄວາມຮູ້ບຸນຄຸນ ຂອງ ປະຊາຊົນ ຫວຽດນາມ ຕໍ່ການປະຕິວັດ ເດືອນຕຸລາ ທີ່ສະຫງ່າລາສີ, ສຳລັບ ເລນີນ ຜ້ນຳທີ່ຍິ່ງໃຫຍ່ ແລະ ສຳລັບປະຊາຊົນ ໂຊວຽດ ແມ່ນເລິກເຊິ່ງທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top