• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ Timor Lester ເຂົ້າຢ້ຽມອຳລາ


(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດ Timor Lester)
      ຕອນ​ບ່າຍ​ວັນ​ທີ 15/12, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Timor Lester, Jorge Trendade Neves De Camoes, ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ໜ້າ​ທີ​່ການ​ທູດ​ຢູ່​ຫວຽດ​ນາມ. ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ໄດ້​ສຳ​ເລັດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ ນະ​ໂຍ​ບາຍ​ຂອງ​ຫວຽດ​ນ​າມ ແມ່ນ​ຍາມ​ໃດ​ກໍ່​ຖ​ື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີການ​ພົວ​ພັນ​​ກັບ Timor Lester ​ໃນ​ຂອບ​ເຂດ 2 ຝ່າຍກໍ່​ຄື​ຫຼາ​ຍ​ຝ່າຍ. ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ຝ່າຍ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ,  ສ້າງ​ລະ​ບຽ​ບ​ການ​ພາຍ​ໃນ​ໃຫ້​ສົມ​ບູນ​ແບບ​ເພື່ອ​ໃຫ້​ສັນ​ຍາ​ການ​ຄ້າ 2 ຝ່າຍ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2013 ມີ​ຜົນ​ສັກ​ສິດ​ໂດຍ​ໄວ, ພ້ອມ​ທັງ​ຊ​ຸກ​ຍູ້​ການ​ເຈ​ລະ​ຈ​າ ແລະ ລົງ​ນາມ​ໃນ​ສັນ​ຍາ​ອາ​ລັກ​ຂາ 2 ຝ່າຍ…
        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Trendade Neves De Camoes ຢືນ​ຢັນ​ວ່າ, ເຖິງວ່າ​ຈະ​ດຳ​ລົງ​​ຕຳ​ແໜ່ງ​ໃດ​ກໍ່​ຕາມ ​ຍາມ​ໃດ​ກໍ່​ແມ່ນ​ຂົວ​ຕໍ່​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top