• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ປາກິດສະຖານ

ຕອນບ່າຍວັນທີ 12ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Mehtab, ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳຫວຽດນາມເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ຫວຽດນາມ
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງ Samina Mehtab, ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳຫວຽດນາມ

ທີ່ການພົບປະ, ທ່ານປະທານປະເທດເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບ ປາກິດສະຖານ; ຫວັງວ່າການພົວພັນລະຫວ່າງສອງປະເທດຈະພັດທະນາຢ່າງແຂງແຮງກວ່າອີກໃນອະນາຄົດ. ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະຜູ້ແທນວິສາຫະກິດ, ສະມາຄົມ, ການພົວພັນແລກປ່ຽນປະຊາຊົນ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນ້ຳໃຈ ມິດຕະພາບລະຫວ່າງ ຫວຽດນາມ - ປາກິດສະຖານ. 2 ຝ່າຍຕ້ອງມານະພະຍາຍາມຜັນຂະຫຍາຍການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນກວ່າອີກ, ຍົກວົງເງິນການຄ້າສອງຝ່າຍໃຫ້ສູງຂຶ້ນ. ທ່ານປະທານປະເທດ ຫວັງວ່າ ທ່ານນາງ Samina Mehtab ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ປາກິດສະຖານ ໃນໄລຍະຈະມາເຖິງ.

ສ່ວນທ່ານນາງເອກອັກຄະລັດຖະທູດ Samina Mehtab ເນັ້ນໜັກວ່າ 2 ປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ; ຈັດຕັ້ງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໂດຍໄວ ເພື່ອເປີດກາລະໂອກາດຊຸກຍູ້ການຄ້າລະຫວ່າງສອງປະເທດ. ທ່ານນາງເອກອັກຄະລັດຖະທູດສະເໜີໃຫ້ກູ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດເພີ່ມທະວີການແລກປ່ຽນບົດຮຽນປະສົບການໃນການປະຕິບັດ, ປະກອບສ່ວນເຂົ້າໃນບັນດາໝາກຜົນແຫ່ງການຮ່ວມມື ຫວຽດນາມ - ປາກິດສະຖານ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top