• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ

ທ່ານ ຟ້າມກວາງຮ້ຽວ ຢັ້ງຢືນວ່າ: ໃນອາຍຸການຂອງຕົນຈະມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງການພົວພັນສອງປະເທດພັດທະນາຢ່າງແຮງ.
  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງທ່ານ ຟ້າມກວາງຮ້ຽວ ປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ  

ຕອນເຊົ້າວັນທີ 18 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງທ່ານ ຟ້າມກວາງຮ້ຽວ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ, ທັງຮັບຜິດຊອບ ສ. Marshall, ອາຍຸການ 2023 – 2026. ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມກວາງຮ້ຽວ ຢັ້ງຢືນວ່າ: ໃນອາຍຸການຂອງຕົນຈະມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງການພົວພັນສອງປະເທດພັດທະນາຢ່າງແຮງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສ້າງເງື່ອນໄຂສະດວກຮັບໃຊ້ປະຊາຊົນ ແລະ ວິສາຫະກິດສອງປະເທດ, ປະກອບສ່ວນຊຸກຍູ້ການທູດເສດຖະກິດ. ທ່ານ ຟ້າມກວາງຮ້ຽວ ເນັ້ນໜັກວ່າຈະພ້ອມກັບພະນັກງານ, ພາລະກອນສະຖານທູດຊຸກຍູ້ຂົງເຂດຮ່ວມມືພັດທະນາ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເຕັກໂນໂລຊີສູງ, ເພີ່ມທະວີການຫັນເປັນດີຈີຕອນ, ຫັນປ່ຽນສີຂຽວ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ການພົວພັນຮ່ວມມືລະຫວ່າທ້ອງຖິ່ນຕ່າງໆຂອງສອງປະເທດ.

 

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top