• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ບຸນກາຣີ

ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງ 2 ຝ່າຍມີການເຕີບໂຕຢ່າງແຮງ, ເຖິງຢ່າງໃດກໍ່ຕາມ, ໝາກຜົນນີ້ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ.
(ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາງ Marinela Petkova, ເອກອັກຄະລັດຖະທູດ ບຸນກາຣີ)

ຕອນເຊົ້າວັນທີ 09 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ Marinela Petkova, ເອກອັກຄະລັດຖະທູດ ບຸນກາຣີ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວໍວັນເຖືອງ, ອວຍພອນທ່ານນາງເອກອັກຄະລັດຖະທູດທີ່ໄດ້ປະຕິບັດສຳເລັດໜ້າທີ່ປະຕິບັດງານຢູ່ ຫວຽດນາມ ຢ່າງຈົບງາມ ແລະ ຖືວ່າ, ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງ 2 ຝ່າຍມີການເຕີບໂຕຢ່າງແຮງ, ເຖິງຢ່າງໃດກໍ່ຕາມ, ໝາກຜົນນີ້ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ສະນັ້ນ, ທ່ານປະທານປະເທດ ປາດຖະໜາຢາກໃຫ້ 2 ປະເທດເພີ່ມທະວີການຮ່ວມມືດ້ານການຄ້າ, ດຳເນີນກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ບຸນກາຣີ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ - ເຕັກນິກໃນປີ 2023 ນີ້ໂດຍໄວ; ສະເໜີໃຫ້ ບຸນກາຣີ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (ອີຢູ) ໂດຍໄວ, ສ້າງເງື່ອນໄຂໃຫ້ປະຊາຄົມວິສາຫະກິດ ແລະ ບັນດານັກລົງທຶນຂອງ ອີຢູ, ບຸນກາຣີ ແລະ  ຫວຽດນາມ ຕັ້ງໜ້າເຂົ້າຮ່ວມຕະຫຼາດຂອງກັນກວ່າ. ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ສະເໜີໃຫ້ 2 ຝ່າຍຍູ້ແຮງການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີຂົງເຂດທ່ອງທ່ຽວ.

ສ່ວນທ່ານນາງເອກອັກຄະລັດຖະທູດ Marinela Petkova ຢືນຢັນວ່າ, ຍາມໃດ ບຸນກາຣີ ກໍ່ຖືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານນາງກໍ່ຝາກຄຳເຊື້ອເຊີນຂອງປະທານາທິບໍດີ ບຸນກາຣີ ທີ່ເຊື້ອເຊີນທ່ານປະທານປະເທດ ຫວໍວັນເຖືອງ ໄປຢ້ຽມຢາມ ບຸນກາຣີ .

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”.

Top