• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ຕົກລົງຫຼຸດໂທດໃຫ້ນັກໂທດ 18 ກໍລະນີ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕົກລົງຫຼຸດໂທດຈາກການປະຫານຊີວິດລົງ ເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ 18 ກໍລະນີທີ່ມີໃບຂໍຫຼຸດໂທດສົ່ງເຖິງປະທານປະເທດ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບ: TTXVN)

ໂດຍປະຕິບັດໜ້າທີ່, ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ, ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ, ຫົວໜ້າສະຖາບັນປະຊາຊົນສູງສຸດ ແລະ ຫົວໜ້າຫ້ອງວ່າປະທານປະເທດ, ວັນທີ 27 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕົກລົງຫຼຸດໂທດຈາກການປະຫານຊີວິດລົງ ເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ 18 ກໍລະນີທີ່ມີໃບຂໍຫຼຸດໂທດສົ່ງເຖິງປະທານປະເທດ.

ເລື່ອງທ່ານປະທານປະເທດຫຼຸດໂທດຈາກປະຫານຊີວິດຕາມຄຳຕັດສິນຂອງຄະດີທີ່ໄດ້ມີຜົນສັກສິດແລ້ວຕາມການກຳນົດຂອງກົດໝາຍແລ້ວນັ້ນລົງເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ຜູ້ຖືກຕັດສິນ ນັ້ນແມ່ນການສະແດງນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງລັດ ຫວຽດນາມ ສຳລັບບັນດານັກໂທດທີ່ມີໂທດຢ່າງຮ້າຍແຮງ, ເປີດເສັ້ນທາງເພື່ອໃຫ້ເຂົາປັບຕົວໃຫ້ເປັນຄົນດີ, ດັດຕົວເພື່ອໃຫ້ມີໂອກາດກັບເມືອຫາຄອບຄົວ ແລະ ປະຊາຄົມ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top