• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ: ໂຮງຮຽນນາຍທະຫານ ການເມືອງຕ້ອງເປັນກຳລັງຫຼັກແຫຼ່ງສຳລັບໜ້າທີ່ການທະຫານ, ປ້ອງກັນປະເທດ ແລະ ກໍ່ສ້າງກອງທັບ

      ຕອນເຊົ້າວັນທີ 19/12,  ທ່ານປະທານປະເທດ ຫງວຽນຊວນຟຸກໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບໂຮງຮຽນນາຍທະຫານ ການເມືອງ (ຮ່າໂນ້ຍ), ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944 – 22/12/2021) ແລະ 32ປີແຫ່ງ ວັນບຸນທົ່ວປວງຊົນປ້ອງກັນປະເທດ (22/12/1989 – 22/12/2021)
ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບ ພະນັກງານ ນາຍທະຫານ ຂອງ ໂຮງຮຽນນາຍທະຫານ ການເມືອງ
      ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຄຳຊົມເຊີຍເຖິງບັນດານາຍທະຫານ, ພະນັກງານ, ນັກຮົບທົ່ວກອງທັບ. ທ່ານປະທານປະເທດ ຕີລາຄາວ່າ, ໃນ 46 ປີຜ່ານມາ, ບັນດາພະນັກງານ, ນັກຮົບ, ນັກຮຽນໃນໂຮງຮຽນ ບັນລຸໄດ້ບັນດາຜົນງານຮອບດ້ານ, ດີເດັ່ນ. ທ່ານປະທານປະເທດຊີ້ນຳໂຮງຮຽນຄວນປ່ຽນໃໝ່ທາງດ້ານຫຼັກສູດ, ເນື້ອໃນ ແລະ ວິທີການສອນ, ຮັບປະກັນມາດຖານຄວາມຮູ້ ແລະ ທັກສະ. ໂຮງຮຽນນາຍທະຫານການເມືອງ ຕ້ອງເປັນໜຶ່ງໃນບັນດາກຳລັງຫຼັກແຫຼ່ງໃນການຄົ້ນຄວ້າ, ສະຫຼຸບ, ເຮັດແຈ້ງພື້ນຖານທິດສະດີ, ພຶດຕິກຳ ແລະ ໝູນໃຊ້ ທັດສະນະ, ແນວທາງຂອງພັກ ເຂົ້າໃນການເພີ່ມທະວີການນຳພາສຳລັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະ ກໍ່ສ້າງກອງທັບ ໃນສະພາບ ການໃຫມ່.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top