• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນຢູ່ຮ່າໂນ້ຍ

      ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນມາ ອວຍພອນເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນປະທານປະເທດຫວຽດນາມ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃນການຕ້ອນຮັບ
      ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ສຳລັບຫວຽດນາມ, ອາຊຽນຍາມໃດກໍພະຍາຍາມຈົນສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາ, ເຕີບໃຫຍ່ຂອງອາຊຽນ. ໃນໄລຍະທີ່ຈະມາເຖິງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາປະເທດອາຊຽນ ທັງຄວບຄຸມໂລກລະບາດ, ທັງຟື້ນຟູເສດຖະກິດ ແລະ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຢ່າງສຳເລັດຜົນ; ສືບຕໍ່ຮັກສາບົດບາດເປັນໃຈກາງກ່ຽວກັບການຮັກສາສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ການພົວພັນຮ່ວມມື ແລະ ພັດທະນາໃນພາກພື້ນ.
        ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງກຳປູເຈຍ, ລາວ, ໄທ , ມຽນມາ ແລະ ເທດສະການຣາມາດານ ຂອງບັນດາປະເທດອິດສະລາມໃນອາຊຽນ, ທ່ານ ປະທານ ປະເທດຫວຽດນາມ ຫງວຽນຊວນຟຸກ ຂໍສົ່ງຄຳອວຍພອນທີ່ດີທີ່ສຸດເຖິງການນຳ ແລະ ປະຊາຊົນບັນດາປະເທດອາຊຽນ. 
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top