• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ: ກຳລັງຕຳຫຼວດປະຊາຊົນ ຄວນພະຍາຍາມສູ້ຊົນ, ປະຕິບັດໜ້າທີ່ສັນຕິພາບ ສປຊ ໃຫ້ສຳເລັດເປັນຢ່າງດີ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຈັດສົ່ງກຳລັງຕຳຫຼວດໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນໜ້າທີ່ສຳຄັນ...

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຈັດສົ່ງກຳລັງຕຳຫຼວດໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນໜ້າທີ່ສຳຄັນ...

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ

ຕອນບ່າຍວັນທີ 12 ສິງຫາ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍຕຳຫຼວດໄປປະຕິບັດໜ້າທີ່ສັນຕິພາບ ສປຊ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ວ່າດ້ວຍການສ້າງຕັ້ງຫ້ອງການປະຈຳການກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ ສປຊ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຈັດສົ່ງກຳລັງຕຳຫຼວດໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນໜ້າທີ່ສຳຄັນ, ປະກອບສ່ວນປະຕິບັດຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງປະເທດ ຫວຽດນາມ ຕໍ່ປະຊາຄົມສາກົນ ກ່ຽວກັບການປົກປັກຮັກສາສັນຕິພາບໃນໂລກ; ບົນພື້ນຖານການຜັນຂະຫຍາຍປະຕິບັດແຜນຮ່າງ “ຕຳຫຼວດປະຊາຊົນ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ໄລຍະ 2014 – 2022 ແລະ ຊຸມປີຕໍ່ໄປ”, ທ່ານກ່າວວ່າ:

        “ພວກເຮົາສາມາດຢັ້ງຢືນໄດ້ວ່າ, ການຈັດສົ່ງກຳລັງໄປເຂົ້າຮ່ວມຮັກສາສັນຕິພາບ ສປຊ ໄດ້ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງມີປະສິດທິຜົນ, ຍົກສູງພາບຫຼັກ, ບົດບາດ, ຄວາມຮັບຜິດຊອບຂອງກຳລັງປະກອບອາວຸດ ຫວຽດນາມ ເວົ້າລວມ, ກຳລັງຕຳຫຼວດປະຊາຊົນເວົ້າສະເພາະໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງພາກພື້ນ ແລະ ສາກົນກ່ວາອີກ. ຂ້າພະເຈົ້າຍ້ອງຍໍຊົມເຊີຍ, ຕີລາຄາສູງ ໝາກຜົນເບື້ອງຕົ້ນທີ່ເປັນໜ້າສົ່ງເສີມຂອງກຳລັງຕຳຫຼວດປະຊາຊົນໃນການຜັນຂະຫຍາຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນໄລຍະຜ່ານມາ”.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top