• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການປະຊາຊົນຮ່າໂນ້ຍພົບປະເຈລະຈາກັບນາຍົກລັດຖະມົນຕີຝລັ່ງ

ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕອນຄ່ຳວັນທີ 03 ພະຈິກ, ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ.


ທ່ານປະທານຄະນະກຳມະການປະຊາຊົນຮ່າໂນ້ຍຫງວຽນດຶກຈູງ ພົບປະເຈລະຈາກັບນາຍົກລັດຖະມົນຕີຝລັ່ງ

(ພາບ:kinhtedothi.vn)

ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ກໍ່ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ແລະ ບັນດາສະມາຊິກໃນຄະນະຊາບກ່ຽວກັບບັນດາໝາກຜົນການຮ່ວມມືຂອງຮ່າໂນ້ຍ ກັບບັນດານະຄອນ ແລະ ວິສາຫະກິດຂອງຝລັ່ງ ໃນໄລຍະຜ່ານມາ. ຮ່າໂນ້ຍ ໄດ້ລົງນາມແຮກສ່ຽວກັບເຂດ Ile-de-France ແລະ ນະຄອນ Toulouse ຂອງຝລັ່ງ, ຈາກນັ້ນມີການພົວພັນຮ່ວມມືຫຼາຍດ້ານໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານສາທານະລະສຸກ. ປະຈຸບັນ, ມີ 102 ນັກລົງທຶນຂອງຝລັ່ງ ພວມລົງທຶນໃນບັນດາໂຄງການຢູ່ຮ່າໂນ້ຍ ດ້ວຍຈຳນວນທຶນຂຶ້ນເຖິງເກືອບ 300 ລ້ານເອີໂລ.

        ສ່ວນທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ແບ່ງປັນວ່າ, ທ່ານນັບຖືຄວາມມານະພະຍາຍາມຂອງຮ່າໂນ້ຍ ໃນການຮັກສາ ແລະ ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳ; ຄຸນນະພາບໃນການດຳລົງຊີວິດນັບມື້ນັບສູງຂອງປະຊາຊົນນະຄອນຫຼວງ. ນີ້ກໍ່ແມ່ນເງື່ອນໄຂເພື່ອດຶງດູດບັນດານັກລົງທຶນຝລັ່ງ ມາຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top