• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນໃນທົ່ວປະເທດຕ້ອນຮັບປີໃຫມ່2017ດ້ວຍຄວາມເບີກບານມ່ວນຊື່ນ

ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃຫມ່ 2017 ຢູ່ ຮ່າ​ໂນ້ຍ
ພາບ:dantri
           ຕອນ​ຄ່ຳ​ວັນ​ທີ 31/12 ພ້ອມ​ກັບ​ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃຫມ່ 2017 ໃນ​ທົ່ວ​ໂລກ, ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ກໍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນ​ຮັບ​ປີ​ໃຫມ່ 2017. ຢູ່ ນະ​ຄອນ​ຮ່າ​ໂນ້ຍ, ປະ​ຊາ​ຊົນນັບ​ໝື່ນໆ​ຄົນ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ໄດ້​ມີ​ຫນ້າ​ຢູ່​ຫນອງ ຮ​ວານ​ກຽມ, ສະ​ຫນາມ​ຫລວງ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ເພື່ອ​ເຂົ້າ​ຮ່ວມ​ລາຍ​ການ​ສິ​ລະ​ປະຕ້ອນ​ຮັບ​ປີ​ໃຫມ່ 2017. ລາຍ​ການນີ້​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທະ​ວີບ. ລາຍ​ການ​ຍັງ​ແນະ​ນຳ​ບັນ​ດາ clip ສາ​ລະ​ຄະ​ດີ ກ່ຽວ​ກັບ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຫວຽດ​ນາມ, ບັນ​ດາ​ຮູບ​ພາບ​ສົ່ງ​ຈາກ 5 ທະ​ວີບ​ມາ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສໃນ​ທົ່ວ​ໂລກ ແລະ ການ​ຕ້ອນ​ຮັບ​ປີ​ໃຫມ່​ຂອງ​ເຂົາ​ເຈົ້າ.
ພ້ອມ​ກັບ​ລາຍ​ການ​ສິ​ລະ​ປະ​ດັ່ງ​ກ່າວ, ຮ່າ​ໂນ້ຍ ຍັງ​ຈັດ​ຕັ້ງ​ຫລາຍ​ລາຍ​ການ​ສິ​ລະ​ປະ​ຕ້ອນ​ຮັບ​ປີ​ໃຫມ່​ອື່ນ​ຢູ່ ເມືອງ ຮ່າ​ດົງ ແລະ ເທດ​ສະ​ບານ​ເຊີນ​ໄຕ​ອີກ​ດ້ວຍ.
ສ່ວນ​ຢູ່​ນະ​ຄອນ ເກີນ​ເທີ ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລ​ະ​ປະ “ເກີນ​ເທີ​ຕ້ອນ​ຮັບ​ປີ​ໃຫມ່ 2017” ຢູ່ ສວນ​ສາ​ທາ​ລະ​ນະ ລື​ວ​ຫືວ​ເຟືອກ ເມືອງ​ນີວ​ກຽວ. ຢູ່ ດາ​ຫນັງ ກໍ​ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​ຕ້ອນ​ຮັບ​ປີ​ໃຫມ່ 2017 ດ້ວຍ​ຫົວ​ຂໍ້​ວ່າ: “ພ້ອມ​ກັນ​ສ້າງ​ຄວາມ​ປະ​ທັບ​ໃຈ”.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top