• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ ສະແດງຄວາມຮູ້ບຸນຄຸນບັນດາຄອບຄົວປະຕິວັດ

ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ວັດ ເຟິດຕິກ, ນະຄອນຫລວງ ວຽງຈັນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຈັດຕັ້ງພິທີພາວະນາຂໍໃຫ້ດວງວິຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ. 

ໃນທ່າມກາງບັນຍາກາດເຄັ່ງຂຶມນັ້ນ, ທຸກຄົນກໍ່ພ້ອມກັນຖະຫວາຍທູບທຽນດອກໄມ້, ພາວະນາໃຫ້ດວງວິນຍານຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຈົ່ງໄປສູ່ສຸຂະຕິ. ນີ້ແມ່ນໂອກາດ ເພື່ອໃຫ້ທຸກຄົນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງຂອງບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດຂອງຕົນ ເພື່ອໃຫ້ປະເທດຊາດມີເອກະລາດ, ເສລີພາບ, ທຸກຄົນໄດ້ດຳເນີນຊີວິດໃນສັນຕິພາບ.

ພິທີພາວະນາຂໍໃຫ້ດວງວິຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ຢູ່ວັດ ເຟິດຕິກ, ນະຄອນຫລວງ ວຽງຈັນ

 ແລະກໍໃນວັນທີ 27 ກໍລະກົດ, ຢູ່ວັດ Heungryunsa ຢູ່ນະຄອນ Incheon ຂອງ ສ.ເກົາຫຼີ, ສູນວັດທະນະທຳສາສະໜາພຸດ ຫວຽດນາມ ຢູ່ ສ.ເກົາຫຼີ ພ້ອມກັບສະມາຄົມພຸດທະສາສະນິກກະຊົນ ຫວຽດນາມ ຢູ່ ສ.ເກົາຫຼີ ດ້ວຍການໜູນຊ່ວຍຈາກສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຈັດຕັ້ງງານບຸນຕອບແທນບຸນຄຸນພໍ່ແມ່ ເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ ແລະ ລ້ຽງດູໃຫ້ຈະເລີນເຕີບໃຫຍ່ຂອງພໍ່ເຖົ້າແມ່ເຖົ້າ, ປູ່ຍ່າຕາຍາຍ, ພໍ່ແມ່, ບັນພະບູລຸດ ແລະ ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top