• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດ​ປະມວນ​ກົດໝາຍ, ກົດໝາຍ 11 ສະບັບ ​ໂດຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາ​ກສະພາ​ແຫ່ງ​ຊາດ

ຕອນບ່າຍວັນທີ 16 ທັນວາ, ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງການຖະແຫຼງຂ່າວ ປະກາດຄໍາສັ່ງຂອງປະທານປະເທດ ກ່ຽວກັບເລື່ອງປະກາດປະມວນກົດໝາຍ ແລະ ກົດໝາຍ 11 ສະບັບ ໂດຍກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຫາກໍຮັບຮອງເອົາ.

ທ່ານ ດ່າວຫວຽດຈູງ ຫົວໜ້າຫ້ອງວ່າການປະທານປະເທດ ເປັນປະທານກອງປະຊຸມ (ພາບ: TTXVN)

ກ່ຽວກັບປະມວນກົດໝາຍວ່າດ້ວຍແຮງງານ 2019, ຜູ້ຕາງໜ້າອົງການຮຽບຮຽງ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ຢັ້ງຢືນວ່າ  ເລື່ອງດັດປັບອາຍຸພັກກິນເບ້ຍບໍານານ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງ, ວິໄສທັດຍາວໄກ ແລະ ການກຽມພ້ອມຮັບມືກັບສະພາບການຜູ້ສູງອາຍຸກວມເອົາສ່ວນຫຼາຍ. ເພາະວ່າ ຕາມບັນດາອົງການຈັດຕັ້ງສາກົນ ໄດ້ຄາດຄະເນແລ້ວນັ້ນ, ປີ 2040 ຫວຽດນາມ ຈະຕົກເຂົ້າສູ່ສະພາບຜູ້ສູງອາຍຸກວມເອົາສ່ວນຫຼາຍຢ່າງເປັນທາງການ.

        ໃນການຖະແຫຼງຂ່າວ, ຫ້ອງວ່າການປະທານປະເທດ ກໍໄດ້ປະກາດຄໍາສັ່ງຂອງປະທານປະເທດ ປະກາດກົດໝາຍປັບປຸງບາງມາດຕາຂອງກົດໝາຍວ່່າດ້ວຍການຈັດຕັ້ງລັດຖະບານ, ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍຫໍສະໝຸດ, ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງພົນລະເມືອງຫວຽດນາມ, ກົດໝາຍວ່າດ້ວຍທະຫານປ້ອງກັນຕົວ, ກົດໝາຍວ່າດ້ວຍກໍາລັງທະຫານສໍາຮອງ ແລະ ກົດໝາຍວ່າດ້ວຍຫຼັກຊັບ. 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top