• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດມະຕິ 4 ສະບັບເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນຄັ້ງທີ 1

      ມະຕິ 4 ສະບັບເຊິ່ງໄດ້ຮັບຮອງເອົາແມ່ນ: ມະຕິເລກທີ 43 ກ່ຽວກັບນະໂຍບາຍການເງິນ, ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ...
(ການປະຊຸມຂ່າວປະກາດມະຕິເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນ)
      ຕອນບ່າຍວັນທີ 17 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ ໄດ້ເປັນປະທານການປະຊຸມຂ່າວປະກາດມະຕິເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນເທື່ອທີໜຶ່ງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
        ຕາມນັ້ນແລ້ວ, ມະຕິ 4 ສະບັບເຊິ່ງໄດ້ຮັບຮອງເອົາແມ່ນ: ມະຕິເລກທີ 43 ກ່ຽວກັບນະໂຍບາຍການເງິນ, ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ເພື່ອແນໃສ່ເພີ່ມທະວີຄວາມເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ແກ້ໄຂບັນດາບັນຫາຮັບປະກັນຊີວິດສັງຄົມ, ໜູນຊ່ວຍພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກ, ຮັບມືຢ່າງມີໄຫວພິບກັບສະພາບການເປັນປົກກະຕິໃໝ່.
        ຖັດຈາກນັ້ນແມ່ນມະຕິເລກທີ 44 ກ່ຽວກັບແຜນນະໂຍບາຍລົງທຶນໂຄງການກໍ່ສ້າງກິດຈະກຳເສັ້ນທາງຄວາມໄວສູງເໜືອ-ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025. ມະຕິເລກທີ 45 ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ເກິນເທີ. ມະຕິເລກທີ 46 ປະກາດໃຊ້ເພື່ອແນໃສ່ຢືນຢັນບັນດາໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມວິສາມັນເທື່ອທີ 1, ສະພາແຫ່ງຊາດຊຸດທີ XV.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top