• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ

      ວັນທີ 16 ພຶດສະພາ, ໂດຍສືບຕໍ່ກອງປະຊຸມເທື່ອທີ 24, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມໃສ່ກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ.

 ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ເປັນປະທານຊີ້ນຳກອງປະຊຸມ
(ພາບ: daibieunhandan.vn)
      ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຖືວ່າ ພຽງແຕ່ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດໃສ່ບັນດາກົດໝາຍທີ່ມີເນື້ອໃນກ່ຽວຂ້ອງເຖິງການວາງແຜນຜັງເທົ່ານັ້ນ ເພື່ອຮັບປະກັນລັກສະນະຄົບຊຸດ ແລະ ເປັນເອກະພາບກັບກົດໝາຍວ່າດ້ວຍການວາງແຜນຜັງ, ແຕ່ບໍ່ໄດ້ດັດແກ້ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກົນໄກນະໂຍບາຍຂອງກົດໝາຍສະບັບເຫຼົ່ານັ້ນ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ຖືວ່າ:
        ໃນຈຳນວນກົດໝາຍ 25 ສະບັບ ທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ, ຍັງມີກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງ, ສະນັ້ນສະເໜີໃຫ້ສືບຕໍ່ກວດກາຄືນໃໝ່ ເພື່ອດັດແກ້ທີ່ກອງປະຊຸມຄັ້ງຕໍ່ໄປ, ເພື່ອໃຫ້ກົດໝາຍວ່າດ້ວຍການວາງແຜນຜັງໄດ້ຜັນຂະຫຍາຍຢ່າງຄົບຊຸດ ແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນໄປ. ນີ້ແມ່ນບາດກ້າວອັນຕັ້ງໜ້າ ເພື່ອໃຫ້ກົດໝາຍວ່າດ້ວຍການວາງແຜນຜັງເຂົ້າສູ່ຊີວິດຕົວຈິງ ຊ່ວຍປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການອອກໜັງສືອະນຸຍາດ, ຮັບໃຊ້ການສ້າງເສດຖະກິດສັງຄົມຂອງອາຍຸການຕໍ່ໄປ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top