• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນ​ເຕັດ​ວົງ​ຄະ​ນະ​ຍາດ​ຂອງ ຊາວ​ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ

ນັກສຶກສາ ຫວຽດນາມ ແລະ ຊາວໜຸ່ມ ຫວຽດນາມ ຢູ່ການາດາ ໄດ້ສ້າງບັນດາຈຸດໃໝ່ອ່ຽມ ໃນລາຍການວົງຄະນະຍາດ ປີມະໂລງດ້ວຍການສະແດງສິລະປະ ກ່ຽວກັບພາບພົດຂອງບ້ານເກີດເມືອງນອນ, ປະເທດຊາດຍາມລະດູບານໃໝ່ວຽນມາ.
ບັນດາໄວໜຸ່ມຫວຽດນາມ ຢູ່ການາດາ (ພາບ: TTXVN)

ວັນທີ 3 ກຸມພາ, ຢູ່ນະຄອນ  Ottawa, ປະເທດ ການາດາ ສະຖານທູດ ຫວຽດນາມ ປະຈຳ ການາດາ ໄດ້ຈັດບຸນເຕັດວົງຄະນະຍາດ ໃນບັນຍາກາດເບີກບານມ່ວນຊື່ນ ແລະ ອົບອຸ່ນ, ປະກອບສວ່ນພ້ອມກັບພໍ່ແມ່ປະຊາຊົນຮັກສາສີສັນວັດທະນະທຳ, ການສຶກສາມູນເຊື້ອຊົນຊາດໃຫ້ແກ່ຄົນລຸ້ນໜຸ່ມຫວຽດນາມ ຢູ່ການາດາ. ເຫດການດຶງດູດການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນໃນທົ່ວປະເທດ ການາດາ, ພິເສດແມ່ນມີການເຂົ້າຮ່ວມຂອງນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ການາດາ, ກໍ່ຄືຊາວໜຸ່ມ ຫວຽດນາມ ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ທີ່ນີ້. ນັກສຶກສາ ຫວຽດນາມ ແລະ ຊາວໜຸ່ມ ຫວຽດນາມ ຢູ່ການາດາ ໄດ້ສ້າງບັນດາຈຸດໃໝ່ອ່ຽມ ໃນລາຍການວົງຄະນະຍາດ ປີມະໂລງດ້ວຍການສະແດງສິລະປະ ກ່ຽວກັບພາບພົດຂອງບ້ານເກີດເມືອງນອນ, ປະເທດຊາດຍາມລະດູບານໃໝ່ວຽນມາ.

ຢູ່ ອານເຊຣີ, ຕອນຄ່ຳວັນທີ 3 ກຸມພາ (ຕາມເວລາທ້ອງຖິ່ນ), ມີຊາວຫວຽດນາມ ນັບຮ້ອຍຄົນ ທີ່ເປັນສະມາຊິກຂອງບັນດາຄອບຄົວເຊື້ອຊາດ ຫວຽດນາມ ຫຼາຍລຸ້ນຄົນ ດຳລົງຊີວິດ ຢູ່ ປະເທດ ອານເຊຣີ ໄດ້ເຕົ້າໂຮມຢູ່ສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ Algiers ເພື່ອເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ຮັບຕ້ອນບຸນເຕັດປີມະໂລງ 2024. ລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ໂດຍສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ຈັດຂຶ້ນໃນທຸກປີ ໄດ້ກາຍເປັນຂົວເຊື່ອມຕໍ່, ຮັດແໜ້ນນ້ຳໃຈຄວາມຮັກແພງລະຫວ່າງບັນດາຄອບຄົວເຊື້ອຊາດຫວຽດນາມທີ່ດຳລົງຊີວິດຢູ່ປະເທດ ອານເຊຣີ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top