• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນເຕັດຢູ່ ຝລັ່ງ: ເຄື່ອງໝາຍການຄ້າ ຫວຽດນາມ ຢືນຢັນທີ່ຕັ້ງຢູ່ລະບົບຮ້ານສັບພະສິນຄ້າ Carrefour

ວັນທີ 10 ກຸມພາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບບັນດາຄູ່ຮ່ວມມືຍຸດທະສາດ T&T Foods ຈັດລາຍການ “ສັບປະດາບຸນເຕັດປີມະເມຍ ຫວຽດນາມ” ຢູ່ລະບົບຮ້ານສັບພະສິນຄ້າ Carrefour.
(ທ່ານ ຫວູແອັງເຊີນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ຝລັ່ງ)

ເຫດການບໍ່ພຽງແຕ່ວາດພາບຄືນບັນຍາກາດປີໃໝ່ປະຈຳຊາດ (ບຸນເຕັດ) ຂອງ ຫວຽດນາມ ຢູ່ປະເທດ ຝລັ່ງ ເທົ່ານັ້ນ, ຫາກຍັງສ້າງຂີດໝາຍສຳຄັນ ເມື່ອເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າ VIFON ໄດ້ວາງຂາຍສິນຄ້າຢູ່ຮ້ານສັບພະສິນຄ້ານີ້, ດ້ວຍບັນດາປະເພດສິນຄ້າ, ຄື: ເຝີສຳເລັດຮູບ, ເຂົ້າປຸ້ນ, ຮູຕຽວ… ຕອບສະໜອງໄດ້ບັນດາມາດຕະການດ້ານຄຸນນະພາບຂອງຕະຫຼາດ ເອີລົບ ຢ່າງຄົບຖ້ວນ.

        ທ່ານ ຫວູແອັງເຊີນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ຝລັ່ງ, ເນັ້ນໜັກວ່າ:

        “ການມີໜ້າຂອງ VIFON ອີກຄັ້ງໜຶ່ງໄດ້ຢືນຢັນຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ເອີລົບ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຍາມໃດກໍ່ຈະຢູ່ທີ່ນີ້, ມີຄວາມໃກ້ຊິດຕິດແທດຕະຫຼາດ, ພ້ອມແລ້ວຈະຮ່ວມເດີນທາງເພື່ອນຳວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ອອກສູ່ໂລກເທົ່ານັ້ນ, ຫາກຍັງມີຄວາມໝັ້ນຄົງໃນສັງກາດໃໝ່”.

(ແຫຼ່ງຄັດຈາກ VOV)

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top