ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ, ປາດຖະໜາວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອີຢິບ ໝົດທຸກຄົນ ຈະອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ຮັກສາສີສັນວັດທະນະທຳ, ມູນເຊື້ອ, ພາສາຂອງຊາດ; ສືບຕໍ່ໂຄສະນາພາບພົດ, ມະນຸດ ແລະ ວັດທະນະທຳທີ່ສວຍງາມຂອງປະເທດ ຫວຽດນາມ ໄປເຖິງເພື່ອນມິດ ອີຢິບ.
ເຂົ້າຮ່ວມເຫດການປີນີ້, ເອື້ອຍ ເລແທັງຖຸຍ, ຊາວ ຫວຽດນາມ ອາໄສຢູ່ ອີຢິບ, ແບ່ງປັນວ່າ
“ປີໃດພໍ່ແມ່ປະຊາຊົນກໍ່ເຕົ້າໂຮມກັນມາສະຖານທູດເພື່ອຕ້ອນຮັບບຸນເຕັດ. ທຸກຄົນມີຄວາມກະຕືລືລົ້ນຍ້ອນໃນປີໜຶ່ງພຽງມີ 1 ມື້ຄືດັ່ງໄດ້ກັບເມືອບ້ານ. ເຖິງວ່າຢູ່ຫ່າງຈາກບ້ານເກີດເມືອງນອນ, ແຕ່ຂ້າພະເຈົ້າຍາມໃດກໍ່ຕິດຕາມຂ່າວຄາວຂອງ ຫວຽດນາມ, ເຫັນວ່າ ຫວຽດນາມ ພັດທະນາຢ່າງແຮງທີ່ສຸດ. ຂໍອວຍພອນໃຫ້ພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ ອີຢິບ ແລະ ພາຍໃນປະເທດຈົ່ງມີສຸຂະພາບເຂັ້ມແຂງ, ການທຳມາຫາກິນມື້ນັບຈະເລີນຮັ່ງມີ”.
ສ່ວນນ້ອງ ຫງວຽນທິເຟືອງເຟືອງ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ປະຈຸບັນພວມຮ່ຳຮຽນຢູ່ ອີຢິບ, ໃຫ້ຮູ້ວ່າ:
“ເປັນຄັ້ງທຳອິດທີ່ນ້ອງໄດ້ຕ້ອນຮັບບຸນເຕັດຢູ່ ອີຢິບ, ເຖິງວ່າແມ່ນຫ່າງໄກຈາກຄອບຄົວ ແລະ ບ້ານເກີດເມືອງນອນ ແຕ່ນ້ອງຍັງຮູ້ສຶກໄດ້ຄວາມເອົາໃຈໃສ່ ແລະ ການເບິ່ງແຍງຈາກບັນດາຜູ້ຢູ່ອ້ອມຂ້າງ. ນີ້ແມ່ນການປະພຶດທີ່ພິເສດ ແລະ ໜ້າຈົດຈຳສຳລັບນ້ອງ. ນ້ອງຂໍອວຍພອນໃຫ້ບັນດາຜູ້ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອີຢິບ ຈົ່ງປະສົບແຕ່ສິ່ງດີງາມ, ມີຄວາມຜາສຸກ ແລະ ສະຫງົບສຸກໃນປີໃໝ່”.
ໃນຂອບເຂດຂອງລາຍການ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອີຢິບ ແລະ ເພື່ອນມິດສາກົນ ໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນວັນບຸນເຕັດ ຫວຽດນາມ, ຄື: ເຂົ້າຕົ້ມ, ເຝີ, ຢໍ່ຈືນ.
ຕອນຄ່ຳວັນທີ 07 ກຸມພາ, ຢູ່ສູນການຄ້າ ຊາປາ, ນະຄອນຫຼວງ Praha, ສ.ເຊັກໂກ, ໄດ້ຈັດງານບຸນ “ບຸນເຕັດ ຫວຽດນາມ ແລະ Masopust ເຊັກໂກ”. ງານບຸນແມ່ນເພື່ອສ້າງພື້ນທີ່ຕິດພັນປະຊາຄົມຊາວ ຫວຽດນາມ ປະຈຳ ເຊັກໂກ, ພ້ອມກັນນັ້ນ, ກໍ່ແຜ່ກະຈາຍມູນເຊື້ອຂອງ 2 ປະເທດ.
ຕອນຄ່ຳວັນດຽວກັນຢູ່ນະຄອນຫຼວງ ວຽນ, ສະຖານທູດ ຫວຽດນາມ ປະຈຳ ສ.ໂອຕາລິດ ກໍ່ໄດ້ຈັດລາຍການບຸນເຕັດປະຊາຄົມ 2026 ດ້ວຍສານທີ່ວ່າ “ອວ່າຍໜ້າເມືອຫາບ້ານເກີດເມືອງນອນ - ຄວາມສະໜິດຕິດພັນທີ່ເອກອ້າງທະນົງໃຈ - ຮ່ວມເດີນທາງກັບຄວາມຄາດຫວັງ”.








