ຂ່າວສານ
ບັນດາກົມກອງ ອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ” ສ້ອມແປງ, ກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນເຂດນ້ຳຖ້ວມ
ວັນທີ 3 ທັນວາ, ຢູ່ທ່າກຳປັ່ທະຫານ ກາມແຣງ, ກອງບັນຊາການທະຫານເຮືອເຂດ 4 ໄດ້ຈັດການອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ”. ຜ່ານການສຳຫຼວດນັບແຕ່ພາຍຫຼັງປຸກລະດົມບັ້ນກວາງຈຸງກ່ອນໜ້ານັ້ນ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສ້າງຕັ້ງ 40 ໜ່ວຍປະຕິບັດງານ (ແຕ່ລະກຸ່ມມີສະມາຊິກ 12 – 17 ຄົນ)ໄດ້ສົມທົບກັບກອງບັນຊາການທະຫານແຂວງ ແຄ້ງຮ່ວາ ແລະ ດັກລັກ ເພື່ອໜູນຊ່ວຍປະຊາຊົນສ້ອມແປງ, ກໍ່ສ້າງເຮືອນໃໝ່ 14 ຫຼັງໃນບໍລິເວນ.
ແລະກໍ່ໃນວັນທີ 3 ທັນວາ, ພາຍຫຼັງພິທີອອກເຄື່ອນທັບ ປະຕິບັດ “ບັ້ນກວາງຈຸງ”, ກອງພົນນ້ອຍ 575, ທະຫານເຂດ 5 ໄດ້ຈັດສົ່ງກຳລັງເຄື່ອນທີ່ ມີພະນັກງານນັກຮົບ ເກືອບ 50 ຄົນ ໄປຍັງດັກລັກ ເພື່ອໜູນຊ່ວຍການກໍ່ສ້າງເຮືອນຢູ່ໃຫ້ແກ່ 3 ຄອບຄົວ. ໂດຍກ່ຽວຂ້ອງເຖິງ ບັ້ນກວາງຈຸງ ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ຖືກເສຍຫາຍຍ້ອນໄພທຳມະຊາດທີ່ຜ່ານມາຢູ່ບັນດາແຂວງເຂດພາກກາງ, ວັນທີ 3 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ມີເອກະສານຮຽກຮ້ອງບັນດາທ້ອງຖິ່ນ, ຫົວໜ່ວຍກົມກອງລາຍງານປະຈຳອາທິດກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນພາຍຫຼັງພາຍຸນ້ຳຖ້ວມ.








