ຂ່າວສານ
ບັນດາກິດຈະກຳທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ
ງານວາງສະແດງໄດ້ແນະນຳບັນດາພາບຖ່າຍກ່ຽວກັບການຜັນແປຂອງບັ້ນລຸກຮື້ຂຶ້ນປະຕິບັດການດຳເນີນການປະຕິວັດເດືອນສິງຫາເມື່ອປີ 1945, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງສອງບັ້ນຕໍ່ຕ້ານກູ້ຊາດຂອງຊາດ ຫວຽດນາມ.
ກ່ອນໜ້ານັ້ນ, ວັນທີ 21 ສິງຫາ, ຢູ່ສິງກະໂປ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແນໃສ່ເຊີດຊູຂະບວນວິວັດ 80 ປີແຫ່ງການພັດທະນາຂອງ ຫວຽດນາມ. ໃນພິທີມີການເຂົ້າຮ່ວມຂອງແຂກຖືກເຊີນສິງກະໂປ ປະມານ 500 ທ່ານ, ຄະນະທຸຕານຸທູດ, ວົງການປັນຍາຊົນ, ນັກຮຽນຮູ້, ວິສາຫະກິດ, ຜູ້ແທນປະຊາຄົມຊາວ ຫວຽດນາມ ປະຈຳຢູ່ຕ່າງປະເທດ.