ຂ່າວສານ

ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ

ງານວາງສະແດງພາບຖ່າຍ ພາຍໃຕ້ຫົວຂໍ້ “ຈາກສັງກາດເອກະລາດ, ທ້ອນໂຮມປະເທດເປັນເອກະພາບ ຕະຫຼອດຮອດສັງກາດບືນຕົວຂຶ້ນຂອງຊາດ”, ໄດ້ດຳເນີນໃນວັນທີ 22 ສິງຫາ, ຢູ່ຕາແສງ ຫວູງເຕົ່າ, ນະຄອນ ໂຮ່ຈີມິນ.
ງານວາງສະແດງພາບຖ່າຍ “ຈາກສັງກາດເອກະລາດ, ທ້ອນໂຮມປະເທດເປັນເອກະພາບ ຕະຫຼອດຮອດສັງກາດບືນຕົວຂຶ້ນຂອງຊາດ"

ງານວາງສະແດງໄດ້ແນະນຳບັນດາພາບຖ່າຍກ່ຽວກັບການຜັນແປຂອງບັ້ນລຸກຮື້ຂຶ້ນປະຕິບັດການດຳເນີນການປະຕິວັດເດືອນສິງຫາເມື່ອປີ 1945, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງສອງບັ້ນຕໍ່ຕ້ານກູ້ຊາດຂອງຊາດ ຫວຽດນາມ.

        ກ່ອນໜ້ານັ້ນ, ວັນທີ 21 ສິງຫາ, ຢູ່ສິງກະໂປ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແນໃສ່ເຊີດຊູຂະບວນວິວັດ 80 ປີແຫ່ງການພັດທະນາຂອງ ຫວຽດນາມ.  ໃນພິທີມີການເຂົ້າຮ່ວມຂອງແຂກຖືກເຊີນສິງກະໂປ ປະມານ 500 ທ່ານ, ຄະນະທຸຕານຸທູດ, ວົງການປັນຍາຊົນ, ນັກຮຽນຮູ້, ວິສາຫະກິດ, ຜູ້ແທນປະຊາຄົມຊາວ ຫວຽດນາມ ປະຈຳຢູ່ຕ່າງປະເທດ.


top