• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ງານ​ບຸນ​ອອກ​ແບບ​ປະ​ດິດ​ຄິດ​ສ້າງ ຮ່າ​ໂນ້ຍ ປີ 2023

ຕອນຄ່ຳວັນທີ 19 ພະຈິກ, ຢູ່ສູນວັດທະນະທຳສິລະປະ ຕັ້ງຢູ່ເຮືອນເລກທີ 22 ຖະໜົນຮ່າງບ່ວມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ, ຄະນະຄຸ້ມຄອງໜອງ ຮວ່ານກຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ຈັດພິທີໄຂບັນດາກິດຈະກຳຂອງງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ ປີ 2023.
  ການປະກວດແຟຊັນ (ພາບ: TTXVN)  

ນີ້ແມ່ນປີທີ 3 ຢ່າງລຽນຕິດ, ເມືອງ ຮວ່ານກຽມ ເຂົ້າຮ່ວມງານບຸນອອກແບບປະດິດຄິດສ້າງ ໂດຍນະຄອນ ຮ່າໂນ້ຍ ຈັດຂຶ້ນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງນະຄອນ ຮ່າໂນ້ຍ ໃນຕາໜ່າງບັນດານະຄອນປະດິດຄິດສ້າງຂອງອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO). ບັນດາການເຄື່ອນໄຫວຕອບສະໜອງງານບຸນໃນບໍລິເວນເມືອງ ຮວ່ານກຽມ ແມ່ນຫຼາຍຮູບຫຼາຍແບບ, ເຊັ່ນ: ມີເຂດວາງສະແດງ ພ້ອມດ້ວຍບັນດາລາຍການສິລະປະ, ແນະນຳພາບ ຈຸກຈີ, ສິລະປະພາບສີຂັດມັນ, ການປະກວດແຟຊັນ, ການສະແດງດົນຕີພື້ນເມືອງ ແລະ ທັນສະໄໝ…

ເມືອງຮວ່ານກຽມ ຕິດພັນກັບປະຫວັດສາດ, ມູນເຊື້ອວັດທະນະທຳ ທັງລອງ - ຮ່າໂນ້ຍ ດ້ວຍມໍລະດົກ 190 ຢ່າງ, ໃນນັ້ນ ມີບັນດາກິດຈະກຳສະຖາປັດຕະຍາກຳວັດທະນະທຳທີ່ມີຄຸນຄ່າພົ້ນເດັ່ນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ (23/11/2005 - 23/11/2023), ຄະນະຄຸ້ມຄອງໜອງຮວ່ານກຽມ ແລະ ຖະໜົນເກົ່າ ຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍ ແລະ ສ່ວນບຸກຄົນຈັດການເຄື່ອນໄຫວວັດທະນະທຳ ດ້ວຍຫຼາຍເຫດການ ນັບແຕ່ວັນທີ 18 ພະຈິກ ຫາວັນທີ 17 ທັນວາ 2023.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top